ທະຫານແຂວງຫຼວງນ້ຳທາ ກັກຕົວ ຜູ້ຄ້າຂາຍຢາເສບຕິດພ້ອມຂອງກາງ

ຕາມການໃຫ້ຂໍ້ມູນຂອງສະ ຫາຍ ຮ້ອຍເອກ ຈອນສະຫວັນ ບຸດສາຍໂຈ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 133 ທະຫານແຂວງຫຼວງນໍ້າທາ ໃນວັນທີ 5 ກຸມພາ 2021 ນີ້, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີກຸ່ມຄົນບໍ່ດີເຄື່ອນໄຫວ ມົ້ວສຸມຄ້າ-ຂາຍຢາເສບຕິດປະ ເພດຢາບ້າຢູ່ຂອບເຂດຫຼັກໜາຍ 39 ຊາຍແດນທາງນໍ້າ ລະຫວ່າງ ລາວ-ມຽນມາ ເຂດຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ, ຈາກນັ້ນ ກໍໄດ້ແຕ່ງຕັ້ງພະນັກງານ ວິຊາສະເພາະອອກເຄື່ອນໄຫວລາດຕະເວນຕາມຂອບເຂດ ຄວາມຮັບຜິດຊອບຂອງກົມກອງ. ພໍມາຮອດຕອນແລງ ເວລາ 16: 20 ນາທີ ຂອງວັນທີ 9 ກຸມພາ 2021, ໄດ້ປະກົດເຫັນຜູ້ຕ້ອງ ສົງໄສ 2 ຄົນຂີ່ລົດຈັກມາຈອດ ແຄມຂອງ ແລະເຫັນເຮືອກາບລໍາ ໜຶ່ງຂີ່ມາແຕ່ຝັ່ງປະເທດມຽນມາ ເຂົ້າມາຈອດຝັ່ງລາວ, ສະນັ້ນຈິ່ງ ສະແດງຕົວເຂົ້າກວດຄົ້ນ ຈຶ່ງສາ ມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ຊື່ທ້າວ ຊາເຢີ, ອາຍຸ 25 ປີ, ອາ ຊີບ ຊາວສວນ, ທ້າວ ຊາທູ ອາ ຍຸ 24 ປີ, ອາຊີບ ຊາວສວນ, ທັງ ສອງຄົນຢູ່ບ້ານຕັບໄຮໃໝ່ ເມືອງ ລອງແຂວງຫຼວງນໍ້າທາ ພ້ອມ ຂອງກາງປະເພດ ຢາບ້າ 6 ຫໍ່, ມີ 36.360 ເມັດ, ລົດຈັກ 2 ຄັນ, ເງິນກີບ 15.746.000 ກີບ, ເງິນຢວນ 900 ຢວນ, ເງິນບາດ 100 ບາດ ແລະ ໂທລະສັບ 6 ໜ່ວຍ. ສ່ວນຄູ່ຮ່ວມຂະບວນການ ແມ່ນໄດ້ຂີ່ເຮືອຫຼົບໜີໄປຝັ່ງປະ ເທດມຽນມາ. ຜ່ານການສືບສວນ-ສອບ ສວນພວກກ່ຽວທັງ 2 ຄົນໄດ້ຮັບ ສາລະພາບວ່າ : ຢາເສບຕິດປະ ເພດຢາບ້າ ຈໍານວນດັ່ງກ່າວແມ່ນ ຂອງພວກກ່ຽວແທ້ ເຊິ່ງໄດ້ພົວ ພັນຊື້ນຳຄູ່ຮ່ວມຂະບວນການ ດຽວກັນ ຊື່ທ້າວ ອຸ່ນແສງ ອາຊີບ ປະຊາຊົນ ຢູ່ບ້ານຊຽງລາບ ເມືອງ ແລະ ແຂວງ ທ່າຂີ້ເຫຼັກ ປະ ເທດມຽນນມາ ສ່ວນຜູ້ກ່ຽວແມ່ນ ໄດ້ຂີ່ເຮືອຫຼົບໜີ, ປັດຈຸບັນຜູ້ຖືກ ຫາທັງ 2 ຄົນ ພ້ອມຂອງກາງ ຢາເສບຕິດ 36.360 ເມັດ ແມ່ນ ໄດ້ສົ່ງໃຫ້ທາງເຈົ້າໜ້າທີ່ ປກສ ເມືອງລອງ ສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງເພື່ອ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

Author: PP

Leave a Reply

Your email address will not be published. Required fields are marked *