
ໜັງສືພິມ ເສດຖະກິດ-ການຄ້າ ໄດ້ລາຍງານວ່າ: ອີງຕາມການລາຍງານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ: ເປົ້າໝາຍທີ 3 ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ໃນນີ້, ແຜນວຽກຈຸດສຸມທີ 1 ແມ່ນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກທີ່ຍັງທຸກຍາກໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ.
ຄາດໝາຍສຳຄັນແມ່ນອັດຕາຄວາມທຸກຍາກໃຫ້ຫຼຸດລົງ ຍັງເຫຼືອ 13,9% ຂອງປະຊາກອນທັງໝົດ, ອັດຕາຄົວເຮືອນທຸກຍາກໃຫ້ຫຼຸດລົງຍັງເຫຼືອ 9,5% ຂອງຄົວເຮືອນທັງໝົດ (ຄາດຄະເນ).
ໂດຍສຸມໃສ່ການສົ່ງເສີມການຜະລິດສິນຄ້າ, ການເຂົ້າເຖິງແຫຼ່ງທຶນ ແລະ ສົ່ງເສີມວິຊາຊີບ ແລະ ເຕັກນິກວິຊາການທີ່ກ້າວໜ້າ, ຄຽງຄູ່ກັບການຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນຢູ່ຈຸດສຸມຂອງລັດຖະບານ ແລະ ຈຸດສຸມຂອງທ້ອງຖິ່ນ, ປັບປຸງ ແລະ ສ້າງພື້ນຖານໂຄງລ່າງທີ່ຈໍາເປັນຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.