ສັບພະຄຸນ..!! “ຜັກຄາດ” ຊ່ວຍຮັກສາໄດ້ຫຼາຍພະຍາດ ທີ່ທ່ານອາດບໍ່ຮູ້ມາກ່ອນ

ໃບດອກ ແລະ ໝົດທັງຕົ້ນ ບັນຈຸນໍ້າມັນຫອມລະເຫີຍທີ່ປະກອບດ້ວຍ Terpene ຊະນິດໜຶ່ງທີ່ມີຊື່ວ່າ Spilanthen ນອກຈາກນັ້ນຍັງມີ Spilanthol, ທາດນີ້ມີອັດຕາສ່ວນ 1% ໃນດອກ. ເຫຼົ້າແຊດອກຜັກຄາດ 1/5 ເປັນຢາແກ້ປວດແຂ້ວແມງ, ບາງຄົນໃຊ້ເປັນຢາມຶນກັບທີ່ເພື່ອຫຼົກແຂ້ວ. ນໍ້າຕົ້ມໃບຜັກຄາດໃຊ້ສະຫົວເປັນຢາແກ້ເຈັບຫົວດິບ, ປົວຕຸ່ມເປືອຍ, ຄັນ.

ຮາກເປັນຢາຖ່າຍທ້ອງ (Laxative) ເອົາ 4-8 ກຼາມ ມາຕົ້ມກັບນໍ້າ 1 ຈອກ, ດື່ມ, ນໍ້າຕົ້ມໃບ, ຖ້າດື່ມຈະເປັນຢາກັດໜິ້ວໄຂ່ຫຼັງ ແລະ ຖ່າຍເບົາສະດວກ. ຜັກຄາດຍັງເປັນຢາແກ້ກ້າງຄາຄໍ: ເອົາດອກຜັກຄາດ ຫຼື ໃບ 50 ກຼາມ, ໃບໝາກແຕງຄ້າງ 50 ກຼາມ, ນຳມາບົດລະອຽດແລ້ວເອົານໍ້າສົ້ມລ້ຽງ 20 ມລ ຕື່ມໃສ, ຄົນໃຫ້ສະເໝີ, ໃຫ້ຄົນເຈັບດື່ມໜ້ອຍໜຶ່ງ, ມື້ລະຄັ້ງ.ໃບຜັກຄາດອ່ອນເປັນເຄື່ອງປະກອບປຸງແຕ່ງເອາະຫຼາມຊີ້ນແຫ້ງ, ຕົ້ນຕໍເປັນຜັກທີ່ດັບກິ່ນຄາວ.

Author: PP

Leave a Reply

Your email address will not be published. Required fields are marked *