
ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບເງິນ 200 ລ້ານກີບ ໃຫ້ຄະນະພັກ-ອົງການປົກ ຄອງແຂວງຈໍາປາສັກ ເພື່ອປະກອບສ່ວນໃນການເຄື່ອນໄຫວວຽກງານປ້ອງກັນ, ສະກັດກັ້ນ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19.ພິທີມອບ-ຮັບຄັ້ງນີ້, ຈັດຂຶ້ນໃນວັນທີ 15 ກຸມພາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ມອບໂດຍ ທ່ານ ເຮັນລິກ ຈູນ ແອນເດີຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ຈໍາກັດ, ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ດຳໝີ ສິງດວງຈັນ
ຜູ້ຈັດການ ເບຍລາວ ເຂດພາກໃຕ້. ໃຫ້ກຽດຮັບໂດຍ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ມີຄະນະກຳມະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ຕອບໂຕ້ການລະບາດ ພະຍາດໂຄວິດ-19, ການນໍາແຂວງ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ລາຍງານໃຫ້ຊາບເຖິງ ການຈັດຕັ້ງປະຕິບັດວຽກງານການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ຕອບໂຕ້ການລະບາດ ພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ, ພ້ອມນັ້ນກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ມາຍັງຜູ້ອໍານວຍການໃຫຍ່, ປະ ທານ ບໍລິສັດ ເບຍລາວ ຈໍາກັດ. ຜ່ານມາ ແຂວງ
ຈຳປາສັກ ໄດ້ຮັບການສະໜັບສະໜູນ ຈາກບໍລິສັດ ເບຍລາວ ບໍ່ວ່າຈະເປັນການປະກອບສ່ວນເຂົ້າໃນວຽກງານແກ້ໄຂນ້ຳຖ້ວມ ແລະ ອຸທົກກະໄພຕ່າງໆ, ປະກອບສ່ວນ ຊຸກຍູ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ການສົ່ງເສີມຂົງເຂດວຽກງານ ວັດທະນະທຳ-ສັງຄົມ, ເຊິ່ງມັນເປັນການປະກອບສ່ວນຢ່າງຕັ້ງໜ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ຢູ່ແຂວງຈຳປາສັກ ແລະ ການປະກອບສ່ວນ ເປັນເງິນ 200 ລ້ານກີບ ຂອງ ບໍລິສັດ ເບຍລາວ ໃນຄັ້ງນີ້, ຄະນະພັກ-ອົງການປົກຄອງແຂວງຈໍາປາສັກ ຈະນຳໃຊ້ຕາມເປົ້າໝາຍ ກໍ່ຄື ຕ້ານການລະ ບາດພະຍາດໂຄວິດ-19 ແລະ ໃຫ້ເກີດປະໂຫຍດສູງສຸດ.