
ໜັກກວ່າທຸກປີ !! ລະດັບແມ່ນໍ້າຂອງຫຼຸດລົງຈົນເຫັນຫາດຊາຍ
ລະດັບແມ່ນໍ້າຂອງ ໃນບລິເວນເຂດສາມຫຼຽມຄຳ ຊາຍແດນ ສປປ ລາວ – ໄທ – ມຽນມາ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ
ສຳນັກເຈົ້າທ່າພູມມິພາກ ສາຂາຊຽງລາຍ (ປະເທດໄທ) ໄດ້ແຈ້ງໃຫ້ຮູ້ເຖິງລະດັບນໍ້າຂອງ ໃນຊ່ວງຕົ້ນເດືອນກຸມພາ ຕັ້ງແຕ່ວັນທີ 9-15 ກຸມພາ 2021 ລະດັບນໍ້າ ເລິກຢູ່ປະມານ 1.88 ແມັດ ຫາ ເລິກສຸດ 2.50 ແມັດ
ເຊຶ່ງຄາດວ່າໃນລະດູແລ້ງນີ້ ແມ່ນໍ້າຂອງຍັງຈະຫຼຸດລົງຈົນເຫັນຊາຍຫາດ ຊຶ່ງເປັນສາເຫດເຮັດໃຫ້ເຮືອນ້ອຍເຮືອໃຫຍ່ບໍ່ສາມາດໃຊ້ງານໄດ້ໃນຊ່ວງນີ້.