
ປີ 2020 ຜ່ານມາ ທົ່ວປະເທດມີອັກຄີໄພເກີດຂຶ້ນທັງ ໝົດ 203 ຄັ້ງ, ມູນຄ່າການເສຍຫາຍທັງໝົດ 143.751.000.000 ກີບ ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ, ບາດເຈັບ 13 ຄົນ, ເຮືອນຖືກໄຟໄໝ້ 115 ຫລັງ, ເຮືອນຖືກໄຟລວກ 29 ຫລັງ, ເຮືອນຄົວ 4 ຫລັງ, ໂຮງງານ 3 ແຫ່ງ, ໂຮງເຟີນີເຈີ 2 ຫລັງ, ຕະຫລາດ 1 ແຫ່ງ, ຫໍພັກ 10 ຫ້ອງ, ລົດໃຫຍ່ 30 ຄັນ ແລະ ອື່ນໆ.
ພັນໂທ ສຸລິສັກ ສິມມະໂນໄຕ, ຮອງຫົວໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດວ່າ: ຈຳນວນອັກ ຄີໄພທີ່ເກີດຂຶ້ນໃນປີ 2020 ທຽບໃສ່ປີ 2019 ຜ່ານມາ ແມ່ນຫລຸດລົງ 24 ຄັ້ງ ແຕ່ມູນຄ່າການເສຍຫາຍເພີ່ມຂຶ້ນ 89.369.000.000 ກີບ ຍ້ອນສະຖານ ທີ່ເກີດອັກຄີໄພເປັນໂຮງງານ, ຕະຫລາດ, ສາງເຄື່ອງ ແລະ ອື່ນໆ ທີ່ມີມູນຄ່າສູງ. ໃນນີ້ ເກີດຂຶ້ນຫຼາຍກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ ຈຳນວນ 57 ຄັ້ງ.ສ່ວນສາເຫດຂອງການເກີດອັກຄີໄພຫລາຍກວ່າໝູ່ແມ່ນໄຟຟ້າລັດວົງຈອນ 97 ຄັ້ງ, ເລິ້ນເລີ້ຂາດສະຕິ 45 ຄັ້ງ ( ໄຕ້ທູບທຽນບູ ຊາ 14 ຄັ້ງ, ໄຕ້ທຽນເຍືອງແສງສະຫວ່າງ 1 ຄັ້ງ, ດັງໄຟແຕ່ງກັນ 7 ຄັ້ງ…..)ນອກຈາກນີ້ ແມ່ນຄົນຈູດ 20 ຄັ້ງ, ຜິດ ພາດທາງເຕັກນິກ 2 ຄັ້ງ, ຍ້ອນການລະເບີດຂອງວັດຖຸລະ ເບີດ ແລະ ອື່ນໆ.