
ສັບພະຄຸນ: ຮາກ ແລະ ເປືອກ: ເປັນຢາຟອກເລືອດ, ແກ້ເລືອດດັງອອກ, ຊ່ວຍຫຼຸດອາການບວມ, ຊ່ວຍຂັບລົມ, ແກ້ອາການເຈັບກະດູກ ແລະ ເຈັບຂໍ້ກະດູກ ໂດຍນຳມາດອງເຫຼົ້າກິນ.
ເປືອກ: ຕົ້ມດື່ມແກ້ເຈັບຄໍ, ແກ້ເຈັບທ້ອງປິດ, ແກ້ເຈັບທ້ອງ (ເປືອກ, ໃບ), ແກ້ອາການຖອກທ້ອງ (ເປືອກ, ຍອດອ່ອນ), ແກ້ອາການທ້ອງຂີ້ຮາກ (ເປືອກ, ແກ່ນລຳຕົ້ນ) ແລະ ຊ່ວຍປ້ອງກັນອາການຖອກທ້ອງໄດ້.
ລຳຕົ້ນ: ຕົ້ມດື່ມແກ້ເຈັບຄໍ, ແກ້ສຽງແຫບ ແລະ ແກ້ເຈັບທ້ອງບິດ.ເນື້ອໄມ້: ຕົ້ມດື່ມເປັນຢາບຳລຸງເລືອດ, ແກ້ເລືອດດັງໄຫຼ ແລະ ແກ້ໄຂ້ເນື່ອງຈາກເລືອດ.
ໃບ: ແກ້ຕານເຕັ້ນໃນເດັກ, ແກ້ເຈັບອັກເສບ, ແກ້ອາການທ້ອງຂີ້ຮາກ, ແກ້ອາການເຈັບທ້ອງບິດ, ແກ້ອາການທ່ຽວຖ່າຍ, ຮັກສາມະເຮັງໃນກະເພາະອາຫານ ຫຼື ທາງເດີນໃນກະເພາະອາຫານ, ຮັກສາຕັບອັກເສບເນື່ອງຈາກໄວຣັສ ແລະ ໃຊ້ພາຍນອກໂດຍແກ້ຝີໜອງ.
ດອກ: ຊ່ວຍຂັບເສມຫະ, ແກ້ລົມຈຸກສຽດ ແລະ ແກ້ທ້ອງອືດທ້ອງເຟີ້.ຂໍ້ມູນທາງວິທະຍາສາດ:
ໃບ ແລະ ຕົ້ນ: ພົບສານ Epifriedelinol acetate, Friedelinol, B-Sitosterol ແລະ B-Amyrin. ແກ່ນ: ພົບນ້ຳມັນ llagic acid, Ursolic acid ແລະ ພົບນ້ຳມັນຫອມທີ່ມີສີເຫຼືອງອ່ອນອີກດ້ວຍ
ສິ່ງປຸກສ້າງ: ເນື້ອໄມ້ມີຄວາມໜຽວ ແລະ ແຂງແຮງສາມາດນຳມາສ້າງເຮືອນ, ຂົວ ແລະ ໃຊ້ເຮັດເຟີນິເຈີ້ ຫຼື ອຸປະກອນຕ່າງທີ່ທົນນ້ຳໄດ້.
ພືດປະດັບ: ສາມາດນຳມາປູກເປັນໄມ້ປະດັບເນື່ອງຈາກມີໃບທີ່ໜາ, ມີຊໍ່ດອກ ແລະ ຊໍ່ໝາກທີ່ສວຍງາມ.