
ະຫານມຽນມາໄດ້ຕັດການບໍລິການທາງອິນເຕີເນັດ ແລະ ສັ່ງໃຫ້ທະຫານຂອງຕົນປະຕິບັດການໃນທົ່ວປະເທດໃນວັນຈັນທີ່ຜ່ານມາ, ພ້ອມສົ່ງສັນຍານວ່າຈະມີການປາບປາມຜູ້ຕໍ່ຕ້ານການລັດຖະປະຫານທີ່ຮຸນແຮງຂຶ້ນ.ທີ່ຜ່ານມາກອງທັບມຽນມາໄດ້ເພີ່ມທະວີຄວາມພະຍາຍາມເພື່ອການຢຸດຕິການລົນນະລົງພັກວຽກຂອງປະຊາຊົນຫຼາຍສາຂາອາຊີບເພື່ອຮຽກຮ້ອງໃຫ້ປ່ອຍຕົວຜູ້ທີ່ຖືກກອງທັບທະຫານມຽນມາຈັບກຸມຕົວ ລວມເຖິງທ່ານ ນາງ ອອງ ຊານ ຊູຈີ ຫຼັງຈາກເກີດລັດຖະປະຫານ.
ຕາມຂ່າວຈາກ ນະຄອນຢ່າງກຸ້ງ, ເມື່ອບໍ່ດົນມານີ້, ຜູ້ປະທ້ວງ ຕໍ່ຕ້ານ ກອງທັບ ມຽນມາ ໄດ້ຂັດຂວາງ ການໃຫ້ບໍລິການ ຂອງຂະບວນ ລົດໄຟ ຈາກນະຄອນ ຢ່າງກຸ້ງ ໄປສູ່ ເມືອງມະລະແໝ່ງ ເຊິ່ງເປັນໜຶ່ງ ໃນເມືອງໃຫຍ່ ທາງຕາເວັນອອກ ສ່ຽງໃຕ້ ເພື່ອສືບຕໍ່ ສະແດງ ຈຸດຢືນ ຂອງການບໍ່ເຊື່ອຟັງ ຂອງພົນລະເຮືອນ ບໍ່ຍອມຮັບເອົາ ລັດຖະບານ
ທີ່ມາຈາກ ທະຫານ ເຮັດລັດຖະປະຫານ. ການຊຸມນຸມຄັ້ງນີ້ ໄດ້ເພີ່ມ ຄວາມຮຸນແຮງຂຶ້ນ ເປັນວົງກວ້າງ ໃນຫລາຍພື້ນທີ່ ທົ່ວປະເທດ ມຽນມາ.ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງທະຫານ ມຽນມາ ໄດ້ຈັບກຸມ ຜູ້ປະທ້ວງໄປແລ້ວ 400 ກວ່າຄົນ ເພື່ອຄວບຄຸມ ສະຖານະການ ປະທ້ວງ ທີ່ນັບມື້ ຮຸນແຮງຂຶ້ນ ຢ່າງຕໍ່ເນື່ອງ ກາຍເປັນບັນຫາທ້າທາຍ ໃນການປົກຄອງ ພາຍໃນປະເທດ ມຽນມາ.
ເມື່ອວັນທີ 17 ກຸມພາ 2021 ສື່ທ້ອງຖິ່ນຫຼາຍສຳນັກຂອງມຽນມາລາຍງານວ່າ ກອງທັບມຽນມາອອກໝາຍຈັບສະມາຊິກສະພາຜູ້ແທນປະຊາຊົນ 15 ຄົນ ສັງກັດພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ແລະ ພັກການເມືອງຂອງຊົນເຜົ່າໃນລັດກະຍາ ແລະ ລັດສານ ພັກລະ 1 ຄົນ ເຊິ່ງລວມຕົວກັນສາບານຕົນນອກສະພາ ແລະ ສ້າງຕັ້ງຄະນະກຳມະການບໍລິຫານຂອງບັນດາສະມາຊິກສະພາ, ທັງໝົດ 17 ຄົນທີ່ມີຄວາມຜິດ “ກະບົດ”.
ທ່ານ ຂິ່ນ ເໝົ່າ ສໍ່ ທະນາຍຄວາມຂອງທ່ານນາງ ອອງ ຊານ ຊູຈີ ກ່າວຕໍ່ສື່ມວນຊົນທ້ອງຖິ່ນໃນວັນອັງຄານວານນີ້ວ່າ ຕຳຫຼວດໄດ້ແຈ້ງຂໍ້ຫາເພີ່ມເຕີມຕໍ່ທ່ານນາງ ອອງ ຊານ ຊູຈີ ທີ່ລະເມີດກົດໝາຍ ກ່ຽວກັບໄພພິບັດແຫ່ງຊາດ. ເຊິ່ງກ່ອນໜ້ານີ້, ທ່ານນາງ ອອງ ຊານ ຊູຈີ ໄດ້ຖືກຕຳຫຼວດກ່າວຫາ ແລ້ວ 1 ກະທົງຄື ການລັກລອບເອົາວິທະຍຸເຄື່ອນທີ່ ແລະ ບໍ່ໄດ້ຂໍອະນຸຍາດນຳໃຊ້ຢ່າງຖືກຕ້ອງ.
ວັນທີ17 ກຸມພາ2021ນີ້, ໃຫ້ຮູ້ວ່າ: ຜູ້ປະທ້ວງ ຕໍ່ຕ້ານກອງທັບມຽນມາໄດ້ຂັດຂວາງ ການໃຫ້ບໍລິການຂອງຂະບວນລົດໄຟຈາກນະຄອນຢ່າງກຸ້ງ ໄປສູ່ເມືອງມະລະແໝ່ງ ເຊິ່ງເປັນໜຶ່ງ ໃນເມືອງໃຫຍ່ ທາງຕາເວັນອອກສຽງໃຕ້ ເພື່ອສືບຕໍ່ສະແດງຈຸດຢືນ ຂອງການບໍ່ເຊື່ອຟັງຂອງພົນລະເຮືອນບໍ່ຍອມຮັບເອົາ ລັດຖະບານທີ່ມາຈາກທະຫານເຮັດລັດຖະປະຫານ.ການຊຸມນຸມຄັ້ງນີ້ ໄດ້ເພີ່ມຄວາມຮຸນແຮງຂຶ້ນເປັນວົງກວ້າງໃນຫລາຍພື້ນທີ່ທົ່ວປະເທດ. ຂະນະນີ້ ເຈົ້າໜ້າທີ່ກ່ຽວຂ້ອງຂອງທະຫານມຽນມາໄດ້ຈັບກຸມຜູ້ປະທ້ວງໄປແລ້ວ 400 ກວ່າຄົນເພື່ອຄວບຄຸມ ສະຖານະການ ປະທ້ວງທີ່ນັບມື້ຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ກາຍເປັນບັນຫາທ້າທາຍໃນການປົກຄອງພາຍໃນປະເທດ ມຽນມາ