
ບົດສະຫຼຸບ ສະຖິຕິອຸບັດຕິເຫດ ທົ່ວປະເທດ ແຕ່ເດືອນທັນວາ 2020 ເຖິງ ມັງກອນ 2021 ຂອງກົມໃຫຍ່ຕໍາຫຼວດ ກົມຕໍາຫຼວດຈາລະຈອນ
ຊີ້ໃຫ້ຮູ້ວ່າ ອຸບັດຕິເຫດທາງລົດ ເກີດຂຶ້ນ ຫຼາຍທີ່ສຸດ ຢູ່ ສປປ ລາວ ແມ່ນ ວັນ ສຸກ ເສົາ ແລະ ອາທິດ ໂດຍກວມເອົາ 54.8% ຂອງຈໍານວນ ອຸບັດຕິເຫດ ທີ່ເກີດຂຶ້ນທັງໝົດ, ເຮັດໃຫ້ມີ ຜູ້ເສຍຊີວິດ ໃນ 2 ເດືອນ ລວມທັງໝົດ 216 ຄົນ, ບາດເຈັບລວມ 2.032 ຄົນ, ພາຫະນະເປເພ່ 2.430 ຄັນ. ເວລາທີ່ມັກເກີດອຸບັດຕິເຫດຫຼາຍກ່ວາໝູ່ ແມ່ນຢູ່ໃນໄລຍະ 8:00 ເຊົ້າ ຫາ 16:00 ແລງ.
ອາຊີບ ຂອງຜູ້ຂັບຂີ່ ທີ່ເກີດອຸບັດຕິເຫດ ຫຼາຍກ່ວາໝູ່ ແມ່ນ ນັກຮຽນ ນັກສຶກສາ, ກຸ່ມອາຍຸ ທີ່ມັກເກີດອຸບັດຕິເຫດແມ່ນ 21-40 ປີ.
ແຂວງທີ່ເກີດ ອຸບັດຕິເຫດຫຼາຍກ່ວາໝູ່ ແລະ ເສຍຊີວິດຫຼາຍກ່ວາໝູ່ ແມ່ນນະຄອນຫຼວງວຽງຈັນ.