ເກີດເຫດ..!! ລົດໃຫຍ່ເສຍຫຼັກຕຳຕົ້ນໄມ້ ມີຄົນຕິດຢູ່ໃນລົດ (ມີຄຣິບ)

ຕາມການລາຍງານ1624 ໃນວັນທີ 20/02/2021 ເວລາ 01:07 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫ່ຍເສຍຫລັກຕຳຕົ້ນໄມ້ ຢູ່ເຂດບ້ານ ເວີນຄຳ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ ສູນສັງການ.ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01ຄົນ ເພດ ຍິງ

ອາການເບື້ອງຕົ້ນແມ່ນ: ແຂນຊ້າຍຜິດຮູບ, ກະທົບແຂນຂວາ, ຂາຊ້າຍຜິດຮູບ , ກະທົບຂາຂວາ , ປາກແຕກ ແລະ ບາດແຜຖະຫລອກ. ( ຄົນເຈັບຕິດພາຍໃນ )


ດັ່ງນັ້ນ ພວກເຮົາຈື່ງໄດ້ປະຖົມພະຍາບານແລ້ວນຳສົງໂຮງຫມໍ ມິດຕະພາບ 150 ຕຽງ ເພືອໄປປີນປົວໃຫ້ຊວ່ງເຊົາ.

Author: PP

Leave a Reply

Your email address will not be published. Required fields are marked *