
ສຳນັກຂ່າວຕ່າງປະເທດລາຍງານ: ເມື່ອວັນທີ 21 ກຸມພາ 2021 ວ່າ ທ່ານໄອບິຄຸນເລ ດາຣາໂມເລ ໂຄສົກກອງທັບອາກາດໄນຈີເຣຍຖະແຫລງວ່າ ເຮືອບິນໂດຍສານຂະຫນາດນ້ອຍແບບ ບີຊຄຮາຟ ຄິງ ແອ 350 ໄອ ຂອງກອງທັ ບໄນຈີເຣຍປະສົບອຸບັດເຫດຕົກນອກສະຫນາມບິນນະຄອນອາບູຈາ ເມື່ອວັນອາທິດທີ 21 ກຸມພາ ຂະນະກຳລັງບິນອອກຈາກນະຄອນອາບູຈາຈະໄປເມືອງນິນນາ ຊຶ່ງຢູ່ຫ່າງອອກໄປ 110 ກມ
ໂດຍເຮືອບິນພົບສັນຍານເຄື່ອງຈັກຂັດຂ້ອງ ຈຶ່ງຮີບລາຍງານຂໍນຳເຮືອບິນກັບມາລົງທີ່ສະຫນາມບິນໃນນະຄອນອາບູຈາ ແຕ່ປະສົບເຫດຕົກ ເຈົ້າຫນ້າທີ່ພົບສົບຜູ້ເສຍຊີວິດທັງຫມົດ 7 ສົບເທິງເຮືອບບິນລຳດັ່ງກ່າວ