
ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ: ເພື່ອເປັນການສະກັດກັ້ນ, ການປ້ອງກັນພະຍາດໂຄວິດ-19 ໃນບັນດາກຸ່ມປະເທດອາຊຽນ ໄດ້ມີການເປີດກອງປະຊຸມ ແບບທາງໄກກັບ ໜ່ວຍງານວິຊາການສະພາປະສານງານອາຊຽນ
ເຊິ່ງໃນກອງປະຊຸມຄັ້ງນີ້ ໄດ້ເຫັນດີຕົກລົງເອົາງົບປະມານ ຈຳນວນ 10,5 ລ້ານໂດລາສະຫະລັດ ຈາກກອງທຶນອາຊຽນເພື່ອຮັບມືກັບພະຍາດ ໂຄວິດ-19 ເພື່ອຈັດຊື້ວັກແຊງຕ້ານພະຍາດ ໂຄວິດ-19 ໃຫ້ປະຊາຊົນອາຊຽນ ແລະ ແບ່ງປັນແຕ່ລະປະເທດສະມາຊິກອາຊຽນ ລວມທັງ ສປປ ລາວ ໃຫ້ເທົ່າທຽມກັນ
ຂໍ້ມູນຈາກ: ໜັງສືພິມວຽງຈັນທາຍ