
ພິທີມອບ-ຮັບ ທຶນການສຶກສາ ຈາກບໍລິສັດ ເບຍລາວ ຈຳກັດ ໃຫ້ແກ່ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ສະຖາບັນວິຈິດສິນແຫ່ງຊາດ (ສວຊ) ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2021 ທີ່ ສວຊ, ນະຄອນຫຼວງວຽງຈັນ
ເຊິ່ງມອບໂດຍ ທ່ານ Henrik Juel Andersen, ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ຈໍາກັດ ແລະ ຮັບໂດຍ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີຝ່າຍຄຸ້ມຄອງນັກສຶກສາ, ມຊ ແລະ ທ່ານ ປອ. ຄຳສຸກ ແກ້ວວົງຊາຍ ຜູ້ອຳນວຍການ ສວຊ, ມີຄະນະຜູ້ອຳນວຍ, ຄະນະຮັບຜິດຊອບກອງທຶນ, ຄູອາຈານ, ນັກສຶກສາຈາກ 2 ສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພື່ອຊຸກຍູ້ໃຫ້ນັກສຶກສາທີ່ມີຄຸນສົມບັດດີ, ຮຽນດີ, ຖານະຄອບຄົວບໍ່ຄ່ອງຕົວ, ທຸກຍາກ, ຫ່າງໄກຊອກຫຼີກ, ເປັນລູກກໍ່າພ້າ ໃຫ້ໄດ້ສຶກສາຈົນຈົບມະຫາວິທະຍາໄລ ໂຄງການທຶນການສຶກສາ ບໍລິສັດ ເບຍລາວ ຈຳກັດ
ໄດ້ມອບທຶນການສຶກສາໃຫ້ນັກສຶກສາ 7 ສະຖາບັນຄື: ສວຊ, ມຊ, ວິທະຍາໄລສຸພານຸວົງ, ວິທະຍາໄລຄູປາກເຊ, ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຈຳປາສັກ ແລະ ວິທະຍາໄລສະຫວັນນະເຂດ ຄັ້ງທີ 11 ປະຈຳປີ 2020-2021 ຈໍານວນ 330 ທຶນ, ມູນຄ່າຫຼາຍກວ່າ 1 ຕື້ກີບ ໂດຍສະໜັບສະໜູນເປັນເງິນປະຈໍາເດືອນ 300.000 ກີບຕໍ່ເດືອນຕໍ່ຄົນ ທັງໝົດ 9 ເດືອນ.
ທ່ານ ອາຈານ ນາງ ສີວອນ ຫອມປິ່ນແກ້ວ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ, ເລຂາຄະນະກຳມະການກອງທຶນມູນນິທິການສຶກສາ ມຊ ກ່າວວ່າ: ໂຄງການນີ້ແມ່ນເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ນັກສຶກສາທີ່ມີຄຸນສົມບັດດີ, ຖານະຄອບຄົວທຸກຍາກຂາດເຂີນ
ເຊິ່ງທຶນການສຶກສາດັ່ງກ່າວນີ້ແມ່ນມີຄວາມສຳຄັນ ແລະ ມີປະໂຫຍດຕໍ່ກັບນັກສຶກສາຫຼາຍ ເພາະວ່າໄດ້ຊ່ວຍເຫຼືອນັກສຶກສາທີ່ຄອບຄົວຫຍຸ້ງຍາກທາງດ້ານເສດຖະກິດໃຫ້ມີໂອກາດຮຽນຕໍ່ຈົນຈົບມະຫາວິທະຍາໄລ ເຊິ່ງການຄັດເລືອກເອົາຜູ້ທີ່ຈະຮັບທຶນແມ່ນໄດ້ແຈ້ງໃຫ້ນັກສຶກສາ ສະໝັກຂໍຮັບທຶນ ໂດຍຄະນະກຳມະການຂັ້ນຄະນະວິຊາ ຄັດເລືອກເອົາຜູ້ທີ່ມີຜົນການຮຽນໃນລະດັບດີ, ຖານະຄອບຄົວທຸກຍາກ ແລະ ມີຄຸນສົມບັດດີ ການປະພືດດີແລ້ວສົ່ງໃຫ້ຄະນະກຳມະການກອງທຶນ ມຊ ຄັດເລືອກ.
ທ້າວ ແສງຄົມ ມິດສະຈັນ ນັກສຶກສາຄະນະຈິດຕະກຳ, ສວຊ ປີສຸດທ້າຍ ເປັນນັກສຶກສາຈາກແຂວງໄຊຍະບູລີ ໜຶ່ງໃນຜູ້ທີ່ໄດ້ຮັບທຶນຈາກ ບໍລິສັດ ເບຍລາວ ໃຫ້ສຳພາດວ່າ: ຕົນເອງຮູ້ສຶກດີໃຈຫຼາຍທີ່ໄດ້ຮັບທຶນ ເນື່ອງຈາກມັນຈະຊ່ວຍດ້ານຄ່າໃຊ້ຈ່າຍໃນການຮຽນ ແລະ ຊື້ສິ່ງທີ່ຈຳເປັນ ເພາະຕົນເອງມາແຕ່ຕ່າງແຂວງ, ຖານະຄອບຄົວກໍ່ບໍ່ຄ່ອຍມີ, ມາຮຽນຢູ່ນະຄອນຫຼວງວຽງຈັນ ກໍ່ຕ້ອງໄດ້ຫາເງິນໄປນຳ. ສະນັ້ນ, ທຶນຈຳນວນ 2.700.000 ກີບນີ້ ກໍ່ຖືວ່າເປັນເງິນຈໍານວຍຫຼາຍສໍາລັບນ້ອງ ພ້ອມທັງກ່າວວ່າ
ຖ້າຮຽນຈົບໄປຕົນເອງຢາກຈະເປີດຮ້ານແຕ້ມຮູບ ເນື່ອງຈາກເຫັນວ່າການແຕ້ມຮູບກໍ່ສາມາດສ້າງລາຍຮັບໄດ້ ຖ້າເຮົາແຕ້ມດີ, ມີສີມືດີ ເຊິ່ງຕົນເອງກໍ່ມີຄວາມຖະໜັດດ້ານແຕ້ມຮູບຄົນເໝືອນ ແລະ ຮູບແນວ 3 ມິຕິ.
ທັງນີ້, ໂຄງການມອບທຶນການສຶກສາໃຫ້ແກ່ນັກສຶກສາໃນລະດັບວິທະຍາໄລ ຜູ້ທີ່ມີຄະແນນຮຽນດີ ແຕ່ຂາດທຶນຮອນ ຂອງ ບໍລິສັດ ເບຍລາວ ຈຳກັດ ໄດ້ເລີ່ມຕັ້ງແຕ່ປີ 2010 ຮອດປັດຈຸບັນ ມີທັງໝົດ 7 ສະຖາບັນຄື: ສວຊ, ມຊ, ວິທະຍາໄລສຸພານຸວົງ, ວິທະຍາໄລຄູປາກເຊ, ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຈຳປາສັກ ແລະ ວິທະຍາໄລສະຫວັນນະເຂດ ໂດຍຜ່ານມາຮອດປັດຈຸບັນ ບໍລິສັດເບຍລາວ ໄດ້ມອບທຶນແລ້ວຫຼາຍກວ່າ 3 ພັນກວ່າທຶນ ເປັນເງິນປະມານ 10 ຕື້ກີບ.