ໂບອິ້ງ..!! ແນະນຳໃຫ້ສາຍການບິນທັງຫຼາຍ ໂຈະການນຳໃຊ້ ເຮືອບິນລຸ້ນ 777 ບາງສ່ວນ ຫຼັງຈາກເກີດເຫດ ເຄື່ອງຈັກບໍ່ທຳງານ

ບໍລິສັດໂບອິ້ງ ໄດ້ກ່າວວ່າ ຕົນໄດ້ແນະນຳໃຫ້ໂຈະ ການນຳໃຊ້ເຮືອບິນອາຍພົ່ນ 777 ທັງຫຼາຍ ທີ່ມີເຄື່ອງຈັກປະເພດດຽວກັນ ທີ່ຊິ້ນສ່ວນຂອງມັນໄດ້ຫລຸດອອກເທິງນ່ານຟ້າ ຂອງນະຄອນເດັນເວີລັດໂຄໂລຣາໂດ ເມື່ອທ້າຍສັບປະດາແລ້ວນີ້ ຫຼັງຈາກທີ່ເຈົ້າໜ້າທີ່ຄຸ້ມຄອງກົດລະບຽບຂອງສະຫະລັດໄດ້ປະກາດການກວດກາ ຕື່ມອີກ ແລະຍີ່ປຸ່ນກໍໄດ້ໂຈະ ການນຳໃຊ້ພວກເຮືອບິນລຸ້ນດັ່ງກ່າວຂອງຕົນ ໃນຂະນະທີ່ພິຈາລະນາ ໃນການເອົາມາດຕະການຂັ້ນຕໍ່ໄປ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.

ການເຄື່ອນໄຫວດັ່ງກ່າວ ທີ່ພົວພັນກັບເຄື່ອງຈັກລຸ້ນ PW4000 ຂອງບໍລິສັດ ແພຣັຕ ແອນ ວິດນີ້ (Pratt & Whitney) ໄດ້ມີຂຶ້ນຫຼັງຈາກທີ່ ເຮືອບິນ 777 ຂອງສາຍການບິນຢູໄນເຕັດ ໄດ້ບິນຈອດລົງຢ່າງປອດໄພ ໃນນະຄອນເດັນເວີ ເມື່ອວັນເສົາຜ່ານມາຕາມເວລາໃນທ້ອງຖິ່ນ ພາຍຫຼັງທີ່ເຄື່ອງຈັກເບື້ອງຂວາຂອງເຮືອບິນບໍ່ທຳງານ.

ສາຍການບິນຢູໄນເຕັດ ໄດ້ກ່າວໃນມື້ຕໍ່ມາວ່າ ຕົນຈະອາສາ ໂຈະການບິນຂອງເຮືອບິນ 24 ລຳຂອງຕົນ ທີ່ກຳລັງປະຕິບັດງານຢູ່ນັ້ນໄວ້ຊົ່ວຄາວ ບໍ່ເທົ່າໃດຊົ່ວ ໂມງກ່ອນການປະກາດຂອງບໍລິສັດໂບອິ້ງ.

ໂບອິ້ງໄດ້ກ່າວວ່າ ເຮືອບິນ 69 ລຳຂອງຕົນແມ່ນປະຕິບັດງານຢູ່ ແລະ 59 ລຳແມ່ນຢູ່ໃນບ່ອນເກັມມ້ຽນ ໃນເວລາເມື່ອສາຍການບິນຕ່າງໆ ໄດ້ງົດການນຳໃຊ້ເຮືອນບິນທັງຫຼາຍ ຍ້ອນການຕົກຕ່ຳລົງ ໃນຄວາມຕ້ອງການເດີນທາງທີ່ພົວພັນກັບໂຣກລະບາດຂອງພະຍາດໂຄວິດ-19.

ບໍລິສັດຜູ້ຜະລິດ ໄດ້ແນະນຳຕໍ່ສາຍການບິນທັງຫຼາຍ ໃຫ້ໂຈະການປະຕິບັດງານໄວ້ຈົນກວ່າວ່າ ບັນດາເຈົ້າໜ້າທີ່ຄຸ້ມຄອງກົດລະບຽບຂອງສະຫະລັດ ໄດ້ລະບຸລະບຽບການກວດກາທີ່ເໝາະສົມເສຍກ່ອນ.

ພວກເຮືອບິນລຸ້ນ 777-200 ແລະ 777-300 ທີ່ໄດ້ຮັບຜົນກະທົບ ແມ່ນເປັນ ລຸ້ນເກົ່າ ແລະປະຢັດນ້ຳມັນໜ້ອຍກວ່າລຸ້ນໃໝ່ ແລະພວກສາຍການບິນໂດຍສ່ວນໃຫຍ່ ແມ່ນກຳລັງຢູ່ໃນຂັ້ນຕອນການບໍ່ໃຊ້ງານພວກມັນອີກຕໍ່ໄປໃນຝຸງບິນຂອງພວກເຂົາ.

ພາບຖ່າຍຕ່າງໆທີ່ໄດ້ຖືກນຳອອກເຜີຍແຜ່ໂດຍຕຳຫຼວດໃນເມືອງບຣູມຟີລ ລັດໂຄໂລຣາໂດ ໄດ້ສະແດງໃຫ້ເຫັນຊິ້ນສ່ວນອັນສຳຄັນຕ່າງໆຂອງເຮືອບິນຢູ່ເທິງພື້ນດິນ ທີ່ລວມມີທັງໂກບປົກຄຸມເຄື່ອງຈັກທີ່ສາມາດຖອດອອກໄດ້ ຊຶ່ງມາຈາກເຮືອບິນທີ່ປະຕິບັດງານມາໄດ້ 26 ປີ ກະຈາຍໄປທົ່ວ ນອກບ້ານຫຼັງນຶ່ງ.

ອົງການຄຸ້ມຄອງຄວາມປອດໄພດ້ານການຂົນສົ່ງແຫ່ງຊາດ ຫຼື NTSB ໄດ້ກ່າວວ່າ ການກວດສອບໃນເບື້ອງຕົ້ນຂອງເຮືອບິນໄດ້ບົ່ງບອກວ່າ ຄວາມເສຍຫາຍໂດຍສ່ວນໃຫຍ່ແມ່ນຢູ່ໃນບໍລິເວນຂອງເຄື່ອງຈັກເບື້ອງຂວາ ໂດຍໂຕຖັງເຮືອບິນໄດ້ຮັບຄວາມເສຍຫາຍພຽງເລັກນ້ອຍ.

ອົງການ NTSB ໄດ້ກ່າວວ່າ ໂຄງຟາກທາງເຂົ້າແລະໂຄງຫຸ້ມຂອງເຄື່ອງຈັກໄດ້ແຍກອອກຈາກກັນ ແລະໃບພັດລົມສອງໃບແຕກແຫງ ໃນຂະນະທີ່ສ່ວນທີ່ເຫຼືອຂອງໃບພັດທັງຫຼາຍນັ້ນ ປາກົດວ່າ ໄດ້ຮັບຄວາມເສຍຫາຍນຳດ້ວຍ.

Author: PP

Leave a Reply

Your email address will not be published. Required fields are marked *