ເຕືອນໄພ..!! ເວລາໄປໃສມາໃສຕ້ອງມິສະຕິໂດຍສະເພາະຜູ້ຍິງເວລາຂັບລົດບໍ່ຄວນພາຍກະເປົາລໍ້ຕາໂຈນ

ເຫດດືງກະເປົ໋າເມື່ອຄືນວັນທີ 22 ກຸມພາ 2021 ຢູ່ເຂດດົງນາໂຊກ ເມືອງສີໂຄດ ນະຄອນຫລວງວຽງຈັນ

ຊຶ່ງວ່າໄດ້ມີຄົນລາວກັບຄົນຈີນຊ້ອນລົດກັນມາສິພາກັນມາສະຜົມ ໄດ້ມີໂຈນຜູ້ຊາຍສອງຄົນຂີ່ລົກຈັກລຸ້ນໂຊນິກບໍ່ມີປ້າຍຂີ່ມາດືງເອົາກະເປົ໋າຄົນຈີນທີ່ຊ້ອນຢູ່ທາງຫລັງ


ດີແຕ່ຄົນຊ້ອນຍັງມີສະຕິຖີບລົດໂຈນເຮັດໃຫ້ລົດໂຕເອງລົ້ມຈົນບາດເຈັບ ພໍດີມີພົນລະເມືອງດີຊ່ວຍນຳໄປຈົນຮອດຄົນ
ຮ້າຍແຕ່ໂຈນໄດ້ຈົກປືນອອກມາຂົ່ມຂູ່ເຮັດໃຫ້ພົນລະເມືອງດີບໍ່ກ້ານຳຕໍ່ ແລະກັບຄືນມາ ເຕືອນເປັນອຸທາຫອນເດີ້ຂັບລົດຢ່າພາຍກະເປົ໋າລໍ້ຕາໂຈນ

ຄວນໃສ່ເສື້ອປົກໄວ້ຫລືເອົາກະເປົ໋າໄວ້ເບາະລົດສິດີກ່ວາ ສັງຄົມທຸກມື້ນິເປັນຕາຢ້ານອີ່ຫລີ

Author: PP

Leave a Reply

Your email address will not be published. Required fields are marked *