
ຕົ້ນຫຍ້າແຫ້ວໝູເປັນພືດລົ້ມລຸກ, ທີ່ມີອາຍຸຍືນຫຼາຍໆປີ, ກົກຫຍ້າແຫ້ວໝູ ສູງ 20-60 ຊມ. ຮາກຂະຫຍາຍຕົວເປັນຫົວ, ຖ້າວ່າດິນຜຸຜຸ່ຍກໍຈະເປັນຫົວໃຫ່ຍ, ໃບນ້ອຍ, ແລບ, ຮູບຂອບຂະໜານ, ເອັນໃບກາງຟູຂື້ນ, ແຂງ ແລະ ກ້ຽງ, ກາບໃບຂອງໃບມີປີກໂອບເອົາລຳຕົ້ນ. ດອກເປັນຊໍ່ຕັ້ງຊື່, ແຕ່ລະຈູ້ມມີ 3-8 ດອກ, ສັບຊ້ອນເປັນຮູບຄືດິ້ວຄັນຫົ່ມ, ສີນ້ຳຕານອ່ອນປົນສີຂຽວ. ດອກສົມບຸນເພດ, ມີ 3 ເກສອນ, ເກສອນຜູ້ຍາວປະມານ 2 ມມ, ເກສອນແມ່ ມີຮວງເມັດລະອອງເປັນສອງແສກ, ເປັນເສັ້ນກົມໆ, ໝາກເປັນ 3 ລ່ຽມ. ເມັດແຂງ.
ຫຍ້າແຫ້ວໝູມີປະໂຫຍດຫຼາຍຢ່າງ: ປົວພະຍາດແມ່ຍິງປະຈຳເດືອນບໍ່ປົກກະຕິ, ເຈັບທ້ອງເມື່ອມີປະຈຳເດືອນ, ອັກເສບມົດລູກຊໍາເຮື້ອ ແລະ ພະຍາດແມ່ຍິງກ່ອນ ແລະ ຫຼັງຄອດ. ປົວເຈັບກະເພາະອາຫານ ຍ້ອນປະສາດ, ຊ່ວຍລະລາຍອາຫານ ແລະ ເຈັບທ້ອງບິດ. ເປັນຢາຫລຸດຄວາມດັນເລືອດສູງ ກິນມື້ລະ 6-12 ກິໂລກຼາມ ໃນຮູບຢາຝຸ່ນຢາຕົ້ມ ຫຼື ເຫຼົ້າບອງຢາ. ສຳລັບຢາປົວພະຍາດຍິງເພີ່ນເຄີຍປະສົມຫົວຫຍ້າແຫ້ວໝູ, ໜາດນ້ອຍ, ໜາດສ້ອຍ, ໃບພວງພີ່ ແນວລະ 4-6 ກິໂລກຼາມ ຕົ້ມກັບນໍ້າ 300 ມິນລີລິດ,ຕົ້ມໃຫ້ໄດ້ 1 ຊົ່ວໂມງ ດື່ມ 300 ມິນລີລິດຕໍ່ວັນ