ແຂວງ ເຊກອງ ໃຊ້ງົບປະມານ 2 ຕື້ກວ່າກີບ ເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ

ເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II ແຂວງເຊກອງມີຄວາມຕ້ອງການນໍາໃຊ້ງົບປະມານທັງໝົດ 2 ຕື້ກວ່າກີບ ເພື່ອຮັບປະກັນໃຫ້ແກ່ການກະກຽມ ແລະດໍາເນີນການເລືອກຕັ້ງໄປຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ, ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ ແລະທັງຮັບປະກັນຄວາມເປັນເອກະພາບໃນທົ່ວປະເທດ.ທ່ານ ຄໍາຮູ້ ອ່ອນມະນີ ກໍາມະການພັກແຂວງ, ຫົວໜ້າພະແນກການເງິນແຂວງໃຫ້ຮູ້ວ່າ: ເພື່ອຮັບປະກັນ

ໃຫ້ແກ່ການຫ້າງຫາກະກຽມ ແລະດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ທີ່ຈະມີຂຶ້ນໃນມໍ່ໆນີ້ ໃຫ້ປະສົບຜົນສໍາເລັດອັນຈົບງາມ, ແຂວງເຊກອງໄດ້ມີການແຕ່ງຕັ້ງອານຸກໍາມະການຕ່າງໆ ເພື່ອຮັບປະກັນໃຫ້ແກ່ການດໍາເນີນການເລືອກຕັ້ງຄັ້ງນີ້ ໄປຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ, ຮັບ ປະກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.ຕາມການສັງລວມແຜນຄວາມຕ້ອງການງົບປະມານຕິດພັນກັບແຜນການເຄື່ອນໄຫວ

ວຽກກະກຽມ ແລະດໍາເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຂອງບັນດາອານຸກໍາມະການຕ່າງໆມີທັງໝົດ 2 ຕື້ກວ່າກີບ, ແຕ່ແນວໃດກໍດີໃນປີ 2020 ແຂວງໄດ້ຮັບງົບປະມານຈາກສູນກາງໃນການເຄື່ອນໄຫວວຽກດັ່ງກ່າວຈໍານວນ 857 ລ້ານກີບ ແລະປີ 2021 ຄາດວ່າຈະໄດ້ອີກຈໍານວນໜຶ່ງ ຊຶ່ງການນໍາໃຊ້ງົບປະມານຜ່ານມາແມ່ນນອນໃນ 5 ວຽກຫຼັກຄື: ຝຶກອົບຮົມຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, ຜັນຂະຫຍາຍເອກະສານການເລືອກຕັ້ງ, ເກັບກໍາຂໍ້ມູນຜູ້ມີສິດເລືອກຕັ້ງ, ຈຸດ

ປ່ອນບັດເລືອກຕັ້ງ ແລະກໍານົດໜ່ວຍປ່ອນບັດ.ໃນໂອກາດນີ້ທ່ານ ຄໍາຮູ້ ອ່ອນມະນີ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ໄດ້ຮັບມອບໝາຍຈົ່ງເພີ່ມທະວີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ດຳເນີນໄປດ້ວຍຜົນສຳເລັດ, ຮັບປະກັນໃຫ້ຜູ້ມີສິດໄປໃຊ້ສິດຂອງຕົນເອງດ້ວຍປະລິມານ ແລະຄຸນນະພາບ, ພ້ອມທັງຮັບປະກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

Author: PP

Leave a Reply

Your email address will not be published. Required fields are marked *