ຜົນສຳເລັດ..!! ການປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ກໍລະນີທໍາອິດ ຢູ່ໂຮງໝໍແຂວງຫຼວງນໍ້າທາສຳເລັດ

ຕາມການລາຍງານນຈາກ ທ່ານ ແສງວົງ ບຸດຕະວົງ ອຳນວຍການໂຮງໝໍແຂວງຫລວງ ນໍ້າທາ ກ່ຽວກັບຜົນສຳເລັດການປິ່ນປົວພະຍາດໂຄວິດ-19 ກໍລະນີທໍາອິດຢູ່ ນັບແຕ່ວັນທີ 21 ມັງກອນ 2021 ໂຮງໝໍແຂວງຫລວງນ້ຳທາ ໄດ້ກວດພົບຄົນເຈັບຜູ້ທີ່ຕິດເຊື້ອພະຍາດໂຄວິດ-19, ເປັນເພດຊາຍ ອາຍຸ 29 ປີ, ສັນຊາດຈີນ, ໄດ້ນໍາເອົາຜູ້ກ່ຽວເຂົ້ານອນແຍກປ່ຽວເພື່ອຕິດຕາມອາການ ແລະ ປິ່ນປົວໂດຍປະຕິບັດຕາມຫລັກການຂອງການປິ່ນປົວຂອງກົມປິ່ນປົວ-ຟື້ນຟູໜ້າທີ່ການ ແລະ ອົງການອະນາໄມໂລກ.

ຜ່ານການຕິດຕາມ ແລະ ປິ່ນປົວຜູ້ກ່ຽວ ເປັນເວລາ 32 ວັນ ເລີ່ມແຕ່ວັນທີ 21 ມັງກອນ-22 ກຸມພາ 2021 ເຫັນວ່າຜູ້ກ່ຽວ ບໍ່ມີອາການໄຂ້, ບໍ່ມີອາການສະແດງອອກທາງລະບົບຫາຍໃຈ ແລະ ມີສຸຂະພາບແຂງແຮງດີ, ໄລຍະການຕິດຕາມອາການ ແລະ ປິ່ນປົວນັ້ນໄດ້ເກັບຕົວຢ່າງກວດຫາເຊື້ອພະ ຍາດໂຄວິດ-19 ເປັນແຕ່ລະໄລຍະຄື: ພາຍຫລັງຜົນກວດເປັນບວກ (ພົບເຊື້ອ) ຄັ້ງວັນທີ 21 ມັງກອນ 2021 ຈາກນັ້ນ ທຸກໆ 7 ວັນ ແມ່ນໄດ້ເກັບຕົວຢ່າງກວດຄືນຜົນຍັງເປັນບວກ ຈຳນວນ 3 ຄັ້ງຜົນກວດ

ຍັງເປັນບວກ ແລະ ອີກ 4 ມື້ຕໍ່ມາໄດ້ເກັບຕົວຢ່າງກວດຄືນຕື່ມຜົນອອກມາເປັນລົບ(ບໍ່ພົບເຊື້ອ) ແລະ ສືບຕໍ່ເກັບຕົວຢ່າງມາກວດອີກຈຳນວນ 4 ຄັ້ງ ຜົນອອກມາເປັນລົບ(ບໍ່ພົບເຊື້ອ) ໝາຍຄວາມວ່າຜົນກວດເປັນລົບ ແລະ ເພື່ອຄວາມແນ່ນອນ ແລະ ໝັ້ນໃຈໃນວັນທີ 20 ກຸມພາ ຈຶ່ງໄດ້ເກັບຕົວຢ່າງສົ່ງກວດຢູ່ ສູນວິເຄາະລະບາດວິທະຍາ(ສວລ) ກະຊວງສາທາລະນະສຸກ ໃນວັນທີ 21 ກຸມພາ 2021 ຜົນອອກມາເປັນລົບ(ບໍ່ພົບເຊື້ອ), ໝາຍຄວາມວ່າຜົນກວດ 2 ຄັ້ງສຸດທ້າຍຢູ່ໂຮງໝໍແຂວງ ແລະ

ຜົນກວດຢູ່ ສວລ ອອກມາເປັນລົບ ລວທັງໝົດ 3 ຄັ້ງຕິດຕໍ່ກັນ ຕາມຫລັກການຂອງການປິ່ນປົວ ແລະ ຄຸ້ມຄອງກໍລະນີພະຍາດໂຄວິດ-19 ແລ້ວທາງໂຮງໝໍແຂວງ ແມ່ນອະນຸຍາດໃຫ້ຄົນເຈັບອອກຈາກຮງໝໍ ໃນວັນທີ 22 ກຸມພາ ເພື່ອໄປສືບຕໍ່ຕິດຕາມອາການຢູ່ໂຮງແຮມຮ່ວງຈິງ 14 ວັນ, ຖ້າວ່າໄລຍະຕິດຕາມອາການຢູ່ໂຮງແຮມ 14 ວັນນີ້ ຫາກຜ່ານການກວດພະຍາດຄືນບໍ່ພົບເຊື້ອພະຍາດໂຄວິດ-19 ແລ້ວ ຈຶ່ງອະນຸຍາດໃຫ້ກັບປະເທດໄດ້.

Author: PP

Leave a Reply

Your email address will not be published. Required fields are marked *