
ເມື່ອວັນຈັນທີ່ຜ່ານມາ ສານສູງສຸດອາເມລິກາ ໄດ້ຕັດສິີນໃຈໃຫ້ໄອຍາການ ນີວຢອກ ສາມາດເຂົ້າເຖິງເອກະສານທາງການເງີນ ແລະ ຂໍ້ມູນການເສຍພາສີຂອງ ທ່ານ ໂດນັລ ທຣຳຫຼັງຈາກທີ່ທ່ານ ທຣຳ ພະຍາຍາມຕໍ່ສູ້ເພື່ອປົກປ້ອງຂໍ້ມູນທາງການເງີນຂອງຕົນເອງຕະຫຼອດມາ
ໄອຍາການ ໄຊຣັສ ແວນຊ໌ ໄດ້ອອກໝາຍສານຮຽກຮ້ອງ ໃຫ້ບໍລິສັດບັນຊີ Mazars USA ຜູ້ດູແລບັນຊີ ທຣຳສົ່ງຂໍ້ມູນທາງການເງີນຂອງເຂົາໃຫ້ຕຸລາການເມື່ອເດືອນສິງຫາປີ 2019 ແຕ່ທ່ານ ທຣຳໄດ້ຍື່ນຄຳຮ້ອງຕໍ່ສານສູງສຸດເພື່ອຂໍຢັ້ງຢືນຄຳສັ່ງສານດັ່ງກ່າວ ແຕ່ຫຼັງຈາກທີ່ເຂົາອອກຈາກທຳນຽບຂ່າວໃນວັນທີ່ 20 ມັງກອນທີ່ຜ່ານມາທ່ານ ທຣຳ ໄດ້ປະຕິເສດທີ່ຈະເປີດເຜີຍການເສຍພາສີຂອງເຂົາ ແຕ່ເມືອເດືອນ ກັນຍາ 2021 ສຳນັກຂ່າວນີວຢອກທາມ ໄດ້ເປີດເຜີຍວ່າ: ທຣຳ ເສຍພາສີພຽງແຕ່ 750 ລ້ານໂດລາ ໃນປີ 2016-2017
ໂດນັລ ທຣຳ ຍັງຖືກຟ້ອງໃນຄະດີຢົ້ວຢຸໃຫ້ເກີດການ ຈໍລະຈົນ ລັດຖະສະພາ ສະຫາລັດ ໃນວັນທີ່ 26 ມັງກອນທີ່ຜ່ານມາ ເຊີ່ງຜູ້ສະໜັບສະໜູນ ທຣຳ ໄດ້ບຸກເຂົ້າໄປໃນອາຄານ ສະພາເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ເຊີ່ງໜື່ງໃນຜູ້ເສຍຊີວິດແມ່ນເຈົ້າໜ້າທີ່ປະຈຳຢູ່ສະພາ.