ສຳລັບໃຜທີ່ມັກເຈັບກະເພາະ ຫຼື ກະເພາະລຳໃສ້ອັກອັກເສບເອົາສູດນີ້ໄປໃຊ້ເບີ່ງໄດ້ຜົນອີຫລີ່…

ອາການກ່ຽວກັບກະເພາະລຳໄສ້ເຊື່ອວ່າຫຼາຍຄົນອາດຈະພົບ ແລະ ຮູ້ບັນຫານີ້ເຊິ່ງເກີດມາຈາກຫຼາຍສາເຫດເຊັ່ນ ການກິນອາຫານທີ່ບໍ່ຖືກເວລາ, ກິນອາຫານທີ່ມີລົດຊາດຈັດເກີນໄປ ລວມໄປເຖິງການດື່ມແອວກໍຮໍ ເປັນຕົ້ນ ສະນັ້ນມື້ນີ້ພວກເຮົາຈຶ່ງນຳເອົາວິທີຮັກສາອາການກະເພາະອັກເສບດວຍພືດສະໝຸນໄພພື້ນບ້ານມາຝາກກັນ.

ໝາກກະຈຽບ: ມີສັບພະຄຸນໃນການຮັກສາພະຍາດໂລກກະເພາະອາຫານເຊັ່ນກັນ ເນື່ອງຈາກໃນໝາກກະຈຽບມີສານ ແພັດຕິນ ທີ່ມີຄຸນສົມບັດໃນການຊ່ວຍເຄືອບບາດແຜໃນລຳໄສ້ ແລະ ກະເພາະອາຫານ

ວິທີນຳໃຊ້: ແມ່ນພຽງນຳໝາກກະຈຽບມາລວກເພື່ອຮັບປະທານເປັນປະຈຳຕໍ່ເນື່ອງກັນຢ່າງໜ້ອຍ 15 ວັນ ບາດແຜໃນກະເພາະຈະຄ່ອຍດີຂຶ້ນ.

ໝາກປີ: ເປັນສະໝຸນໄພຊະນິດໜຶ່ງທີ່ເຕັມໄປດ້ວຍສັບພະຄຸນເປັນຕົ້ນແມ່ນເມື່ອແມ່ລູກອ່ອນຮັບປະທານຈະຊ່ວຍກະຕຸ້ນນ້ຳນົມໄດ້ດີ ນອກນັ້ນຍັງມີຄຸນສົມບັດໃນການຮັກສາພະຍາດໂລກກະເພາະອາຫານ ໂດຍສະເພາະສາເຫດເກີດຈາກການດື່ມແອວກໍຮໍ

ວິທີໃຊ້: ແມ່ນນຳຫົວປີມາເຜົາແລ້ວບີບເອົານ້ຳເພື່ອນຳມາມາດື່ມເຄິ່ງຈອກ / ມື້ ຢ່າງຕໍ່ເນື່ອງ 3 ວັນອາການກໍຈະດີຂຶ້ນ.

Author: PP

Leave a Reply

Your email address will not be published. Required fields are marked *