
ໃນບ້ານເຮົາມີພືດຜັກສະໝຸນໄພຫຼາຍຢ່າງທີ່ຊ່ວຍຊູລົດຊາດອາຫານ ອີກທັງຍັງໃຫ້ປະໂຫຍດແກ່ຮ່າງກາຍຫຼາກຫຼາຍອີກດ້ວຍ ໝາກເຂືອ ກໍ່ເປັນອີກຊະນິດໜຶ່ງທີ່ເຮົານະຍົມນຳໃຊ້ມາປະກອບອາຫານສຳລັບປະໂຫຍດຂອງໝາກເຂືອກໍ່ມີຫຼາຍຢ່າງ ໂດຍໃນປະເທດອິນເດຍນັ້ນຈະນຳມາເຮັດເປັນຢາ ໂດຍໝາກເຂືອນັ້ນຈະຊ່ວຍຂັບພະຍາດຫຼຸດອາການອັກເສບ,ຊ່ວຍຍ່ອຍອາຫານ ແລະ ຊ່ວຍໃນການຂັບຖ່າຍ
ອີກຢ່າງຍັງມີຜົນວິໃຈພົບວ່າໝາກເຂືອມີລິດລຸດອາການບີບຕົວຂອງກ້າມຊີ້ນ,ຕ້ານມະເຮັງ,ບຳລຸງຫົວໃຈ ແລະ ຫຼຸດຄວາມດັນເລືອດແລ້ວຍັງຫຼຸດປະລິມານນໍ້າຕານໃນເລືອດສຳລັບຜູ້ປ່ວຍທີ່ເປັນເບົາຫວານໄດ້ດີອີກດ້ວຍ ໂດຍສານສະກັດຈາກໝາກເຂືອຈະອອກລິດຄາຍອິນຊູລິນ ໂດຍຊ່ວຍເສີມສ້າງການໃຊ້ງານຢ່າງມີປະສິດທິພາບ ແລະ ມີຜົນບວກຕໍ່ການເຮັດວຽກຂອງຕັບອ່ອນ ນອກຈາກນີ້ຍັງມີວິຕາມິນບີ1,ວິຕາມິນບີ2 ອີກດ້ວຍ
* ຊັບພະຄຸນ ແລະ ຄຸນປະໂຫຍດໂດຍລະອຽດດັ່ງນີ້:
ຄຸນຄ່າທາງອາຫານ: ໝາກເຂືອ 100 ກຼາມ ໃຫ້ພະລັງງານ 39 ກິໂລແຄລໍຣີ ປະກອບດ້ວຍໂປຼຕີນ 1.6 ກຼາມ,ໄຂມັນ 0.5 ກຼາມ,ແຄວຊ່ຽມ 7 ມິນລີກຼາມ, ຟົດສະຟາດ 0.06 ມິນລີກຼາມ,ນໍ້າ 90.2 ກຼາມ,ວິຕາມິນເອລວມ 143 RE , ວິຕາມິນຊີ 24 ມິນລີກຼາມ
2. ຄຸນປະໂຫຍດຂອງໝາກເຂືອ
ຫຼຸດການບີບຕົວຂອງກ້າມຊີ້ນ,ຕ້ານມະເຮັງ,ບຳລຸງຫົວໃຈ,ຫຼຸດຄວາມດັນເລືອດ
ບັນເທົາອາການຂອງເບົາຫວານ ເນື່ອງຈາກໝາກເຂືອມີຊັບພະຄຸນຄືກັບອິນຊູລິນ,ຫຼຸດປະລິມານນໍ້າຕານໃນເລືອດ
ຊ່ວຍຂັບຖ່າຍພະຍາດ,ຫຼຸດອາການອັກເສບ
ຊ່ວຍໃຫ້ລະບົບຍ່ອຍອາຫານ ແລະ ລະບົບຂັບຖ່າຍທຳງານໄດ້ດີ
ມີປະໂຫຍດຕໍ່ຕັບອ່ອນເຮັດໃຫ້ຕັບແຂງແຮງເຮັດວຽກໄດ້ມີປະສິດທິພາບ
3. ຊັບພະຄຸນຂອງໝາກເຂືອ
ໝາກເຂືອຊ່ວຍຫຼຸດລະດັບຄໍເລດເຕີຣໍໃນເລືອດ ກຳຈັດເຊື້ອແບັດທີເລຍ ແລະ ຂັບປັດສະວະ
ການແພດຂອງອິນເດຍໃຊ້ຮາກໝາກເຂືອຮັກສາອາການໄອ,ຫອບຫືດ,ອາການຫຼອດລົມອັກເສບ,ຂັບປັດສະວະ,ຂັບລົມ
ສ່ວນໝາກໃຊ້ຂັບຖ່າຍພະຍາດຫຼຸດໄຂ່,ຫຼຸດອາການອັກເສບຊ່ວຍການຂັບຖ່າຍ,ຊ່ວຍຍ່ອຍອາຫານ ແລະ ກະຕຸ້ນທາງເພດປະກອບການໃນແຄວັນໂອຣິສສາຂອງປະເທດອິນເດຍໃຊ້ນໍ້າຕົ້ມປະສົມໝາກເຂືອຮັກສາໂລກເບົາຫວານຜົນວິໃຈນາໆຊາດລະຫວ່າງປີ ພສ 2510-2538 ພົບວ່າໝາກເຂືອມີລິດຫຼຸດການບີບຕົວຂອງກ້າມຊີ້ນຕ້ານມະເຮັງ,ບຳລຸງຫົວໃຈ ແລະ ຫຼຸດຄວາມດັນເລືອດ