ແຫ່​ອາ​ໄລ… ອາ​ຈານ ຕຸ໊ຍ ອາ​ຈານ​ສອນ​ເລກ ແລະ ກິ​ລາ​ບາ​ສ ໃຫ້​ນັກ​ຮຽນ ມ.ປ ສີ​​ສັດ​ຕະນາກ

ແຫ່​ອາ​ໄລ​ດ້ວຍ​ຄວາມ​ໂສກ​ເສົ້າ​ກັບ​ການ​ຈາກ​ໄປ​ຂອງ ແມ່​ພີມ​ຂອງ​ຊາດ​ອີກ​ໜຶ່ງ​ທ່ານ ໂດຍ​ສະ​ເພາະ​ສິດ​ທີ່​ເຄີຍ​ຮຽ​ນ​ນຳ​ອາ​ຈານ​ທ່ານ​ນີ້ ອາ​ຈານ ຕຸ໊ຍ ພອນສະໝຸດ ສອນນະລາດ ທີ່​ເພິ່ນ​ສອນ ເລກ, ຄະ​ນິດ​ສາດ ລວມ​ທັງ​ສອນ​ກິ​ລາ​ບາ​ສ​ໃຫ້​ກັບຫຼາຍໆ​ຄົນ ທີ່​ເຕີບ​ໃຫຍ່ ແລະ ເປັນ​ທີມ​ຊາດ​ກໍ່ມີ ເພິ່ນ​ສອນ​ຢູ່ ມ.ປ ສີ​ສັດ​ຕະ​ນາກ

ຈາກ​ເຟດ​ບຸກ Outhaivanh Phommanolath ໄດ້​ໂພ​ສວ່າ ຂໍໄວ້ອາໄລໃຫ້ແກ່ດວງວິນຍານລຸງ “ຕຸ໊ຍ” ພອນສະໝຸດ ສອນນະລາດ ທີ່ຈາກໄປໂດຍບໍ່ມີວັນຫວນກັບ

ເຫຼືອໄວ້ພຽງຄວາມຊົງຈຳແລະຄຸນງາມຄວາມດີໄວ້ໃຫ້ລູກຫລານໄດ້ຄິດຮອດຄິດເຖິງ ຂໍໃຫ້ດວງວິນຍານລຸງຈົ່ງໄປສູ່ສຸຂະຕິ ຮັກແລະເຄົາລົບສະເໝີ

ເຊິ່ງ​ເຂົ້າ​ໄປ​ອ່ານ​ໃນ​ຄອມ​ເມັ້ນ​ຮູ້​ວ່າ ອາ​ຈານ​ເພິ່ນ​ເສຍ​ມື້​ເຊົ້າ​ນີ້ 26 ກຸມ​ພາ 2021 ດ້ວຍ​ພະ​ຍາດ​ມະ​ເຮັງ

ສ່ວນ​ງານ​ປະ​ນາ​ກິດ ແລະ ລາຍ​ລະ​ອຽດ​ຕ່າງໆ ດຽວ​ຈະ​ແຈ້ງ​ໃຫ້​ຮູ້​ຕາມຫຼັງ​ເດີ້

.ຂໍ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ນຳ​ເດີ້​ອາ​ຈານ ໄປ​ສູ່​ສະ​ຫວັນ​ຊັ້ນ​ຟ້າ​ເດີ້

R.I.Pອາ​ຈານ​ຕ​ຸ໊ຍອາ​ໄລ

Author: PP

Leave a Reply

Your email address will not be published. Required fields are marked *