
ວັນທີ 24 ກຸມພາ 2021ນີ້້ ສູນເລືອດອົງການກາແດງແຂວງອັດຕະປື,ໄດ້ເຄື່ອນໄຫວກິດຈະກຳບໍລິຈາກເລືອດຢູ່ໂຮງຮຽນທະຫານທ້ອງຖີ່ນແຂວງອັດຕະປື. ໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ຄໍາປະສົງ ລຽງພະຈັນ ອຳນວຍການໂຮງຮຽນທະຫານທ້ອງຖີ່ນແຂວງອັດຕະປື, ມີທ່ານ ວຽງໄຊ ໄຊສົມບັດ ຫົວໜ້າຫ້ອງການກາແດງແຂວງອັດຕະປື,ມີບັນດາອ້າຍນ້ອງທະຫານໂຮງຮຽນທ້ອງຖີ່ນ,ພະນັກງານ-ວິຊາການກາແດງ,ແພດໜໍ ເຂົ້າຮ່ວມ.
ທ່ານ ວຽງໄຊ ໄຊສົມບັດ ແລະ ທ່ານ ພັນໂທ ຄໍາປະສົງ ລຽງພະຈັນ ໄດ້ຜັດປ່ຽນກັນຂື້ນອະທິບາຍຄວາມໜາຍ ຄວາມສໍາຄັນ ແລະຄວາມຈໍາເປັນຂອງການບໍລິຈາກເລືອດ,ເຊິ່ງມີຄວາມສໍາຄັນທີ່ສຸດຕໍ່່ມະນຸດ, ປັດຈຸບັນຍັງມີຫຼາຍຊີວິດໃນໂລກ ເວົ້າສະເພາະແມ່ນຢູ່ແຂວງອັດຕະປື ກໍ່ຄື ສປປ ລາວ ຍັງມີກຸ່ມຄົນຈໍານວນໜຶ່ງທີ່ຈໍາເປັນຕ້ອງອາໄສເລືອດເພື່ອຄວາມຢູ່ລອດຂອງຊີວິດ, ການປຸກລະດົມບໍລິຈາກເລືອດທີ່ເຕັມໄປດ້ວຍຄວາມເອື້ອອາທອນ ແລະ ເປັນບຸນກຸສົນອັນຍິ່ງໃຫຍ່ຂອງອ້າຍນ້ອງທະຫານ ທີ່ມີບົດບາດ ແລະ ຄວາມສໍາຄັນຕໍ່ສັງຄົມ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ,ການບໍລິຈາກເລືອດໄດ້ຊ່ວຍຟື້ນຟູສຸກຂະພາບ, ຊ່ວຍຊີວິດຄົນຈາກໂລກໄພໄຂ້ເຈັບພະຍາດຮ້າຍແຮງຕ່າງໆ ເປັນຕົ້ນ: ແມ່ນອຸບັດຕິເຫດ, ການຟອກໄຂ່ຫຼັງ, ພະຍາດເລືອດຈາງ ແລະ ການຜ່າຕັດຕ່າງໆ, ການບໍລິຈາກເລືອດເປັນວິທີທີ່ສາມາດຊ່ວຍຊິວິດຂອງຄົນໄດ້ດີທີ່ສຸດ ເພາະເລືອດມີຄຸນຄ່າ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຮ່າງກາຍ ແຕ່ເລືອດບໍ່ສາມາດຜະລິດຂຶ້ນໄດ້ ມີແຕ່ຮ່າງກາຍຂອງຄົນເທົ່ານັ້ນທີ່ສ້າງເລືອດທີ່ປອດໄພຂຶ້ນມາໄດ້.
ໃນໂອກາດດຽວກັນນີ້ອ້າຍນ້ອງທະຫານທ້ອງຖີ່ນແຂວງອັດຕະປື ຈຳນວນ 9 ສະຫາຍໄດ້ສະໜັກໃຈບໍລິຈາກເລືອດແບບບໍ່ຫັວງສີ່ງຕອບແທນ ແລະ ໄດ້ເລືອດ 8 ຖົງເທົ່າກັບ 2.800 ເຊເຊ.