
ສໍານັກຂ່າວວຽງຈັນທາຍ ໄດ້ລາຍງານວ່າ:ມີ 16 ບໍລິສັດທີ່ໄດ້ເຂົ້າມາລົງທຶນ ທີ່ແຂວງບໍລິຄໍາໄຊ ໂດຍສ່ວນໃຫຍ່ແມ່ນປູກກ້ວຍ, ປູກຫມາກມ່ວງ, ປູກຫມາກກ້ຽງ, ປູກມັນຕົ້ນ ແລະ ປູກຖົ່ວລຽນ ເຊິ່ງງເປັນການລົງທຶນໃນຮູບແບບສົ່ງເສີມການລົງທຶນ 1+2+3:
1:ລັດ ກໍ່ຄື ອົງການປົກຄອງແຂວງຄຸ້ມຄອງ;
2: ປະຊາຊົນ ກໍ່ຄື ດິນ ແລະ ແຮງງານ; ແລະ
3: ບໍລິສັດ ກໍ່ຄື ທຶນ, ເຕັກນິກ ແລະ ຕະຫຼາດຈໍາຫນ່າຍ).
ມີ 6 ບໍລິສັດປູກກ້ວຍ ໃນເນື້ອທີ່ 1.860 ເຮັກຕາ, 3 ບໍລິສັດ ປູກຫນາກມ່ວງ ໃນ້ນເນື້ອທີ່ 1.373 ເຮັກຕາ, 3 ບໍລິສັດ ຫມາກກ້ຽງ ໃນເນື້ອທີ່ 342 ເຮັກຕາ ແລະ 1 ບໍລິສັດ ປູກຫມາກຖົ່ວລຽນ ເນື້ອທີ່ 130 ເຮັກຕາ. ແລະຈາກການລາຍງານສໍານັກຂ່າວຖານເສດຖະກິດໄທໄດ້ລາຍງານວ່າ: ໃນອະນາຄົດ, ຄາດວ່າ ສປປ ລາວ ຈະສົ່ງອອກ ຫນາກຖົ່ວລຽນໄປຕ່າງປະເທດອີກດ້ວຍ. ໂດຍມີຈີນທີ່ເປັນຕະຫຼາດທີ່ໃຫຍ່ທີ່ສຸດຂອງໂລກຮອງຮັບ.
ສາເຫດທີ່ຈະເຮັດໃຫ້ຕະຫຼາດຫມາກຖົ່ວລຽນຂອງ ສປປ ລາວ ຂະຫຍາຍຕົວ ຍ້ອນວ່າລາວມີສັນຍາການຄ້າເສລີ (FTA) ກັບຫຼາຍປະເທດ ໂດຍການຍົກເລີກພາສີ ການນໍາເຂົ້າຈາກ 16 ປະເທດເຊັ່ນ: ຈີນ, ອີຕາລີ, ນິວຊີແລນ, ຍີ່ປຸ່ນ, ອິນເດຍ ເປັນຕົ້ນ. ສໍາລັບພັນຖົ່ວລຽນ ທີ່ຈະປູກ ແມ່ນນໍາເຂົ້າຈາກຕ່າງປະເທດ ໂດຍໄດ້ປູກໄປແລ້ວບາງສ່ວນ ຄາດຈະສາມາດສົ່ງອອກໄດ້ໃນປີ 2024.
ປັດຈຸບັນ ສປປ ລາວ ມີເນື້ອທີ່ປູກຖົ່ວລຽນແລ້ວ ທີ່ແຂວງຈໍາປາສັກ ໂດຍສ່ວນໃຫ່ຍແມ່ນຖົ່ວລຽນພັນພື້ນເມືອງ ແລະ ໝອນທອງ.ຂ່າວນີ້ສ້າງຄວາມຮືຮາ ແລະສະເທືອນຮອດຝັ່ງໄທ ໂດຍມີການອິດສາແບບອ່ອນໆ ທີ່ເຫັນຈີນມາລົງທຶນຢູ່ລາວ ກົວວ່າໝາກຖົ່ວລຽນຢູ່ໄທຈະຂາຍບໍ່ອອກ ບໍ່ມີຕະຫຼາດຮອງຮັບ ແລະພ້ອມນີ້ຍັງກ່າວເຖິງລັດຖະບານພົນເອກປຣະຢຸດວ່າ ບໍ່ເຫັນຄວາມສຳຄັນ ຈຶ່ງຖືກຈີນເມີນ.