
ສະບາຍດີ ມື້ນີ້ແອັດໄດ້ຂໍມູນດີໆມາຝາກ ຈະມາສອນວິທີໃຊ້ບັດທະນາຄານBCEL ຈ່າຍເງິນຄ່າປີ້ລົດໄຟຜ່ານAPP LCR Ticket ແບບລະອຽດສາມາດເຮັດຕາມໄດ້ງ່າຍໆຊື້ປີ້ໂດຍບໍ່ຕ້ອງໄປຕໍ່ແຖວຊື້ຢູສະຖານີລົດໄຟໃຫ້ເສຍເວລາ ລາຍລະອຽດເບິ່ງຕາມຄຳອະທິບາຍແຕ່ລະຮູບໄດ້ເລີຍ:
ກ່ອນອື່ນຫມົດ ໃຫ້ເຂົ້າມາທີ່APP BCEL ONE ກ່ອນ ເພື່ອປົດລັອກການຊຳລະອອນໄລໃຫ້ກົດເຂົ້າທີ່ ເປີດ/ປິດອອນໄລ
ຕໍ່ມາໃຫ້ເລືອກໂຕທີ່2ຫລື3ກໍໄດ້ ແລ້ວກົດບັນທຶກເທົ່ານີ້ ເຮົາກໍຈະສາມາດນຳໃຫ້ບັດBCEL ຊຳລະຄ້າປີ້ໄດ້ແລ້ວ(ເມື່ອເຮັດທຸລະກຳສຳເລັດແລ້ວ ຢ່າລືມກັບມາປິດ ເພື່ອປ້ອງກັນຄົນແຮັກບັນຊີແດ່ເດີ)
ຕໍ່ມາໃຫ້ເຂົ້າມາທີ່ແອັບ LCR TICKET
ກົດເລືອກສະຖານີຕົ້ນທາງ ປາຍທາງ ວັນທີ່ ທີ່ຕ້ອງການເດີນທາງ
ກົດເຂົ້າຖ້ຽວລົດ ປະເພດບ່ອນນັ່ງທີ່ຕ້ອງການ ແລ້ວກົດ “ຈອງ”
ຕໍ່ມາໃຫ້ກົດເຂົ້າ “ເພີ່ມຜູ້ໂດຍສານ” ເພື່ອໃສ່ຊື່ຜູ້ທີ່ຈະເດີນທາງ
ສາມາດເລືອກແລະເພີ່ມຜູ້ໂດຍສານ ສູງສຸດໄດ້ເຖິງ10ຄົນໃຫ້ກົດທີ່ຫນ້າຊື່ຂອງຜູ້ທີ່ຈະເດີນທາງ ຈະມີເຄື່ອງຫມາຍ ຂຶ້ນມາທາງຫນ້າຊື່
ເມື່ອເລືອກແລ້ວໃຫ້ກົດຄຳວ່າ “ສຳເລັດ”
ກົດໄປທີ່ “ຂັ້ນຕອນຕໍ່ໄປ”
ຫນ້ານີ້ຈະຂຶ້ນຂໍ້ມູນລາຄາປີ້ ພ້ອມຄ່າຈອງ (ຄ່າຈອງຈະມີ5.000ກີບແຫລະ10.000ກີບ ຕາມໄລຍະທາງຂອງແຕ່ລະສະຖານີ)
ຕໍ່ມາໃຫ້ກົດເຂົ້າໄປທີ່ “ຊຳລະ”
ໜ້ານີ້ຈະຂຶ້ນຊ່ອງທາງການຊຳລະມາໃຫ້ເລືອກ ບໍ່ພຽງແຕ່ບັດຂອງທະນາຄານແຫ່ງປະເທດຈີນ ສາມາດຊຳລະໄດ້ບັດATM ຂອງທຸກໆທະນາຄານ ທີ່ມີ UnionPay ກໍສາມາດນຳໃຊ້ຊຳລະຄ່າປີ້ໄດ້ຫມົດມື້ນີ້ ເຮົາຈະມາສາທິດການໃຊ້ບັດຂອງBCELຊຳລະຄ່າປີ້ໃຫ້ເບິ່ງໃຫ້ກົດໃສ່ “UnionPay” ແລ້ວກົດ “ຊຳລະ”
ໃສ່ເບີໂທລະສັບ ເພື່ອຍືນຍັນຕົວຕົນ“20xxxxxxxx”ແລ້ວກົດ”next”
ລະບົບຈະສົ່ງລະຫັດໃຫ້ທາງ ຂໍ້ຄວາມແລ້ວພິມລະຫັດ6ໂຕເລກທີ່ທາງລະບົບສົ່ງມາໃຫ້ໃສ່ຈາກນັ້ນໃຫ້ກົດ “next”
ເຂົ້າມາຫນ້ານີ້ໃຫ້ກົດ ” Add New Card”
ຕໍ່ມາໃຫ້ໃສ່ຕົວເລກຫນ້າບັດATM ທີ່ຈະເຮັດການຊຳລະຄ່າປີ້ໃສ່ຈຳນວນ16ຕົວເລກຕົວຢ່າງ”62900000000001″ແລ້ວກົດ “next”
ຕໍ່ມາໃຫ້ໃສ່ຕົວເລກຫນ້າບັດATM ທີ່ຈະເຮັດການຊຳລະຄ່າປີ້ໃສ່ຈຳນວນ16ຕົວເລກຕົວຢ່າງ”62900000000001″ແລ້ວກົດ “next”
CVN2 ແມ່ນໃຫ້ຕື່ມຕົວເລກຫລັງບັດATM ທີ່ຕ້ອງການຊຳລະ 3ໂຕເລກ (ຫລັງບັດATMຈະມີແຖບສີຂາວ ແລະມີໂຕເລກຢູ່ ໃຫ້ໃຊ້ຕົວເລກ3ຕົວທ້າຍ)
ເມື່ອຕື່ມຂໍ້ມູນໃສ່ຄົບຖ້ວນແລ້ວໃຫ້ກົດ “next”
ເມື່ອສຳເລັດແລ້ວ ລະບົບຈະກັບມານີ້ນີ້ ແລະ ຊຳລະຄ່າປີ້ອັດຕະໂນມັດ
ເຮົາກໍຈະໄດ້ປີ້ລົດພ້ອມຂຶ້ນລົດໄຟໄດ້ເລີຍ ໂດຍບໍ່ຕ້ອງໄປເອົາປີ້ເຈ້ຍທີ່ສະຖານີກໍສາມາດຂຶ້ນລົດໄຟໄດ້ຫລືຖ້າຫາກຕ້ອງການປີ້ລົດໄຟແບບເຈ້ຍ ກໍສາມາດເຂົ້າໄປປ່ອງຂາຍປີ້ຂອງສະຖານີລົດໄຟທຸກສະຖານີ ເພື່ອເອົາQR code ໄປສະແກນເອົາປີ້ເຈ້ຍຢູ່ປ່ອງຂາຍປີ້ ເພື່ອຂຶ້ນລົດໄຟໄດ້ຄືກັນ.