ປກສ ເມືອງສີສັດຕະນາກ..!! ສຸມໃສ່ກວດກາ ແລະແກ້ໄຂກຸ່ມມົ້ວສຸມຢາເສບຕິດຢູ່ຮ້ານອິນເຕີເນັດຄາເຟ່

ໂດຍອີງໃສ່ການແຈ້ງຂໍ້ມູນຈາກພົນລະເມືອງດີ ໃນເວລາ 15:00ໂມງ ຂອງວັນທີ 25 ກຸມພາ 2021 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກ ສົມທົບກັບ ປກສ ກຸ່ມຈອມແຈ້ງ ພ້ອມດ້ວຍອຳນາດການປົກຄອງບ້ານຈອມເພັດໃຕ້ ໄດ້ເຂົ້າກວດ ກາຮ້ານອິນເຕີເນັດຄາເຟ່ຕັ້ງຢູ່ເຂດບໍລິເວນວົງວຽນຈີ່ນາຍໂມ້. ຜ່ານການກວດກາພົບເຫັນກຸ່ມໄວລຸ່ນ 15 ຄົນ, ຍິງ 2 ຄົນ, ພ້ອມຢາເສບຕິດປະເພດຢາບ້າຈຳນວນ 61ເມັດ ແລະ ຢາໄອ້ 3 ຖົງນ້ອຍ ຈຶ່ງໄດ້ກັກຕົວ ແລະ ຍຶດຂອງກາງມາດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕໍ່ໄປ.
ການຊື້-ຂາຍ ແລະ ມົ້ວສຸມຢາເສບຕິດເປັນການທຳລາຍໄວໜຸ່ມທີ່ເປັນໜໍ່ແໜງຂອງປະເທດຊາດ ແລະ ເປັນສາເຫດຕົ້ນຕໍພາໃຫ້ເກີດປະກົດການຫຍໍ້ທໍ້ປຸ້ນຈີ້, ຊີງຊັບ, ລັກຊັບ, ອາລະວາດຕີກັນ, ຄອບຄົວບໍ່ສະຫງົບ ແລະອື່ນໆ.


ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງ ບັນດາເຈົ້າຂອງຮ້ານອິນເຕີເນັດຄາເຟ່, ຮ້ານເກມ, ຮ້ານສະນຸກເກີ ຈົ່ງຄຸ້ມຄອງກິດຈະການຂອງຕົນໃຫ້ດີ, ບໍ່ສ້າງເງື່ອນໄຂໃຫ້ເກີດການຊື້-ຂາຍ ແລະມົ້ວສຸມຢາເສບຕິດໃນສະຖານທີ່ກິດຈະການຂອງທ່ານ. ຂໍຄວາມຮ່ວມມືຈາກພົນລະເມືອງດີ ຖ້າຫາກຮູ້ຂໍ້ມູນຂອງການຄ້າ-ຂາຍ, ມົ້ວສຸມຢາເສບຕິດແຈ້ງຂໍ້ມູນມາໃຫ້ເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 020​28899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

Author: PP

Leave a Reply

Your email address will not be published. Required fields are marked *