
ວັນນີ້ ເວລາ 9:30ໂມງ ຂອງວັນທີ 27 ກຸມພາ 2021 ທີ່ຜ່ານມາ ສະຖານີຕຳຫຼວດແກ້ໄຂເຫດສຸກເສີນ 1191 ໄຊສົມບູນ ເມືອງໄຊທານີ ໄດຮັບແຈ້ງເຫດຈາກອໍານາດການປົກຄອງບ້ານສ້າງຫົວບໍ່ວ່າມີຄົນອາລະວາດຄອບຄົວ, ເຈົ້າໜ້າທີ່ຈຶ່ງໄດ້ລົງໄປສະຖານທີ່ເກີດເຫດພົບເຫັນຜູ້ຊາຍຄົນໜຶ່ງກຳລັງໃຊ້ອາວຸດປືນນາບຄູ່ພໍ່ແມ່ ແລະ ປະຊາຊົນອ້ອມຂ້າງເຮືອນ ເຈົ້າໜ້າທີ່ຈຶ່ງເຂົາສະກັດກັ້ນ ແລະ ຈັບກຸມ ແລ້ວກວດກາພົບເຫັນມີດ 1 ດວງ, ປືນດັດຍິງລູກແວງ 1 ກະບອກ, ອຸປະກອນດັດແປງປືນ, ລູກປືນ 04 ລູກ ແລະ ລູກຫວ່ານຈຳນວນໜຶ່ງ ພ້ອມນຳຕົວຜູ້ກ່ຽວມາດຳເນີນການສືບສວນ-ສອບສວນ.
ສ່ວນຄະດີດັ່ງກ່າວ ພາຍຫຼັງສືບສວນ-ສອບສວນ ຈະແຈ້ງແລ້ວແມ່ນຈະລາຍງານຜົນການສືບສວນ-ສອບສວນພາຍຫຼັງ.
ຖ້າມີເຫດການ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.