
ໃນແຕລະມື້ເຮົາໃຊ້ສາຍຕາເຮັດວຽກຕະຫລອດເວລາ ແລະ ທຳຮ້າຍສາຍຕາໂດຍການຈ້ອງໂທລະສັບມືຖື ຫຼື ໜ້າຈໍຄອມພີວເຕີ້ເປັນເວລາດົນນານ ມື້ນີ້ເຮົາມາບຳລຸງສາຍຕາຍດ້ວຍການ
ກິນອາຫານເຫຼົ່ານີ້ດີກວ່າ
1, ໝາກອາໂວກາໂດ້: ເປັນສານຕ້ານອະນຸມູນອິດສະຫຼະ ທີ່ຊາວຍປ້ອງກັນແຊນຕ່າງໆໃນຮ່າງກາຍບໍ່ໃຫ້ຖືກທຳລາຍ ນອກຈາກນີ້ຍັງມີສ່ວນຊ່ວຍໃນການປ້ອງກັນສາຍຕາຟາງ
ແລະ ຂັດຂວາງການເຊື່ອມສະພາບຂອງດວງຕາ ເນື່ອງຈາກວ່າ ອາໂວກະໂດ້ເຕັ້ມໄປດ້ວຍລູທີນ,ວິຕາມິນ ບີ6 , ເບຕ້າແຄໂຣທີນ ແລະວິຕາມິນ ຊີ
2, ໝາກໄມ້ຕະກູນເບີຣີ: ເປັນໂຕຊ່ວຍທີ່ສຳຄັນໃນການປົກປ້ອງສາຍຕາທີ່ອິດເມື່ອຍອອ່ນແອໃນແຕ່ລະມື້ ຊ່ວຍປົກປ້ອງການເສື່ອມຂອງເລນຕາ ແລະ ຈໍປະສາດຕາ
ໃຫ້ກັບມາເຮັດວຽກໄດ້ດີຍີ່ງຂື້ນ
3, ຫົວກະຫຼົດ: ເປັນຜັກສີສົ້ມທີ່ເຕັ້ມໄປດ້ວຍປະໂຫຍດ ເພາະມີສານເບຕ້າແຄໂຣທີນຫລາຍ ວີຕ່າມີນ ບີ ຕ່າງ ແລະ ວິຕາມີນ ຊີ ເຊີ່ງມີສ່ວນຊ່ວຍໃນການປົກປ້ອງສາຍຕາຈາກແສງແດດ
ປ້ອງກັນພະຍາດວຸ້ນໃນຕາເສື່ອມສະພາບ ລວມໄປເຖີງບຳລຸງສາຍຕາເຮົາສົດໃສນຳອິກ
4, ປາແຊວມ້ອນ: ຖືໄດ້ວ່າເປັນອາຫານທີ່ດີຫຼາຍຕໍ່ດວງຕາ ເພາະມີຄຸນປະໂຫຍດດ້ານການບຳລຸງສຸຂະພາບ,ບຳລຸງຮ່າງກາຍ,ບຳລຸງຫົວໃຈ ແລະທີ່ສຳຄັນປາແຊວມ້ອນຍັງມີສ່ວນຊ່ວຍໃນການ
ບຳລຸງຮັກສາຕາໄດ້ດີ ໂດຍຈະຊ່ວຍປ້ອງກັນອາການຕາແຫ້ງເຊີ່ງເໝາະກັບຄົນໃນປະຈຸບັນທີ່ຈ້ອງໜ້າຈໍເປັນເວລາດົນ ເພາະໃນປາແຊວມ້ອນມີປະລິມານໂອເມກ້າ 3 ເປັນຈຳນວນຫຼາຍ
5, ໄຂ່: ເປັນອາຫານທີ່ຫາກິນໄດ້ງ່າຍ ແລະ ເຮັດອາຫານໄດ້ລາກຫຼາຍລາຍການ ສີ່ງສຳຄັນໄຂ່ຍັງມີສ່ວນຊ່ວຍໃນການບຳລຸງສາຍຕາ ເນື່ອງຈາກໄຂ່ເຕັມໄປດ້ວຍລູທີນ ແລະ ຊີແຊນທີນ
ຊ່ວຍຫຼຸດຜ່ອນຄວາມສ່ຽງຈາກພະຍາດຕາເມື່ອອາຍຸຫຼາຍຂື້ນ
6, ໝາກເພັດໃຫຍ່,ໝາກເພັດຢວກ ຫຼື ໝາກເພັດຫວານ: ເຊີ່ງໃນຈຳພວກໝາກເພັດກໍ່ມີສານທີ່ສາມາດຊ່ວຍໃນການບຳລຸງ ແລະ ຮັກສາສາຍຕາຫລາຍສົມຄວນ