ປະຫວັດຄວາມເປັນມາຂອງຕະຫຼາດເຊົ້າ ນັບຕັ້ງແຕ່ເລີ່ມກໍ່ຕັ້ງປີ(1940 – 2021)

ຕະຫຼາດເຊົ້າ (Talat Sao) ເປັນຕະຫຼາດທີ່ໃຫຍ່ທີ່ສຸດຕັ້ງຢູ່ໃຈກາງເມືອງ ນະຄອນຫຼວງວຽງຈັນ ເຊິ່ງຕັ້ງຢູ່ຫົວມຸມຫົນທາງດ້ານຕາເວັນອອກຂອງຖະນົນລ້ານຊ້າງ ແລະ ຖະໜົນຄູວຽງ ຕະຫຼາດເຊົ້າເປີດທຸກມື້ຕັ້ງແຕ່ 7:00 ເຊົ້າ – 16:00 ແລງ.


ຕະຫລາດເຊົ້າແມ່ນເລີ່ມສ້າງໃນຊ່ວງຊຸມປີ 1940 ທີ່ຍ້າຍມາຈາກເຂດນໍ້າພຸ ໂດຍອາຄານຫລັງທຳອິດທີ່ສ້າງນັ້ນຜູ້ຄົນສ່ວນຫລາຍເອີ້ນວ່າຕຶກໂຕ I ຕະຫຼາດເຊົ້າ (ຕຶກເກົ່າ) ຕຶກຮູບໂຕ I ໄດ້ຮັບການອອກແບບໂດຍ ສະເດັດເຈົ້າ ສຸວັນນະພູມາ ອາຄານປະກອບມີ 1 ຊັ້ນ ເຊິ່ງໄດ້ມີພິທີເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 10 ພຶດສະພາ ປີ 1963.​


ມາຮອດຕົ້ນຊຸມປີ 1990 ກໍ່ໄດ້ສ້າງອາຄານຮູບໂຕ U ເພີ່ມໃສ່ທັງສາມດ້ານ ເຊິ່ງປະກອບດ້ວຍສອງຊັ້ນ, ຕຶກທັງສອງ (ຕຶກໂຕ U ແລະ ໂຕ I) ມີຫຼັງຄາທີ່ລາດອຽງຫຼາຍຊັ້ນ.


ຕະຫຼາດເຊົ້າ ເປັນສະຖານທີ່ທ່ອງທ່ຽວຍອດນິຍົມໃນສະໄໝກ່ອນ ເຊິ່ງປະກອບໄປດ້ວຍຮ້ານຄ້ານ້ອຍໆທີ່ຫຼາກຫຼາຍ ເຊັ່ນ: ຮ້ານຂາຍອາຫານ, ຂາຍຜັກ, ໝາກໄມ້, ອັນຍະມະນີ, ຜ້າໄໝ, ວຽກຝີມືໄມ້, ເຄື່ອງດົນຕີ, ເຄື່ອງເອເລັກໂຕຣນິກ, ເຄື່ອງໃຊ້ພາຍໃນຄົວເຮືອນ ເຊັ່ນ: CD, DVD ແລະ ສິນຄ້າອຸປະໂພກ-ບໍລິໂພກຕ່າງໆ…


ໃນປີ 2009 ໄດ້ມີການສ້າງອາຄານ ເຊິ່ງເປັນຕະຫຼາດໃນຮົ່ມຫຼັງໃໝ່ຂຶ້ນມາ ມີຄວາມສູງທັງໝົດ 4 ຊັ້ນ ເຊິ່ງມີສິ່ງອຳນວຍຄວາມສະດວກໃໝ່ໄດ້ແກ່ ສູນການຄ້າສີ່ຊັ້ນ ແລະ ມີບອ່ນຈອດລົດຊັ້ນລອຍ ເຊິ່ງຜູ້ຮັບເໝົາແມ່ນ ບໍລິສັດ Singapore Excalibur Group Pte Ltd ລວມມູນຄ່າການກໍ່ສ້າງທັງໝົດ 27 ລ້ານ USD (ປັດຈຸບັນຍັງບໍ່ສຳເລັດ) ເຊິ່ງເປິດນຳໃຊ້ໄດ້ພຽງແຕ່ບາງຊັ້ນເທົ່ານັ້ນ.

Author: PP

Leave a Reply

Your email address will not be published. Required fields are marked *