
ບໍລິສັດ ຕັນຈົງ ມໍເຕີ ລາວ ຈຳກັດ ເປີດຕົວລົດຍົນ ນີວ ນິສສັນ ນາວາຣາ New Nissan Navara ມີການປັບປຸງໃໝ່ຫຼາຍຢ່າງຕາມແບບຂອງນິສສັນ.
ພິທີເປີດຕົວລົດຍົນ ນີວ ນິສສັນ ນາວາຣາ ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2021 ຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ທ່ານ Mohd Aini Atan ເອກອັກຄະລັດສະທູດ ມາລາເຊຍ ປະຈຳລາວ.ທ່ານ ລີມ ຈີ ກຽງ (Mim Chee Khiang) ຫົວໜ້າຜູ້ອາວຸໂສ ບໍລິສັດ ຕັນຈົງມໍເຕີ ລາວ ໄດ້ກ່າວວ່າ: ການເປີດຕົວລົດຍົນ ນີວ ນິສສັນ ນາວາຣາ ຄັ້ງທຳອິດແມ່ນຢູ່ທີ່ປະເທດໄທ ໃນເດືອນພະຈິກ 2020 ຜ່ານມາ ແລະ ໄດ້ຖືກແນະນໍາໃນປະເທດອົດສະຕຣາລີ, ເອີຣົບ ແລະ ອາເມລິກາໃຕ້ ໃນເວລາຕໍ່ມາ.
ໃນມື້ນີ້ຂ້າພະເຈົ້າມີຄວາມພູມໃຈທີ່ໄດ້ນຳເອົາລົດ ນີວ ນິສສັນ ນາວາຣາ ມາເປີດຕົວຢ່າງເປັນທາງການໃນປະເທດລາວ.ນີວ ນິສສັນ ນາວາຣາ ໄດ້ມີການປັບປຸງໃໝ່ຫຼາຍຢ່າງເຊັ່ນ: ປ້າຍດ້ານໜ້າຂອງນາວາຣາ Navara ໄດ້ຖືກປັບປຸງໃໝ່ໃຫ້ມີເອກະລັກ ແລະ ສາມາດຈົດຈຳໄດ້ງ່າຍ, ກະຈັບໜ້າລົດໃໝ່ແບບອີນເຕີລ໋ອກ “interlock” ກວ້າງຂຶ້ນພ້ອມປ້ໍາຄໍາວ່າ Navara ໃສ່ຝາກະໂປ່ງໜ້າ, ໄຟໜ້າທັນສະໄໝສວຍງາມ ແບບ LED 4 ດວງ ມາພ້ອມເຕັກໂນໂລຊີເປີດ-ປິດໄຟໜ້າ ແລະ ໄຟສູງ-ຕ່ໍາ ແບບອັດຕະໂນມັດ.
ດ້ານຫຼັງອອກແບບໃໝ່ທັງໝົດ ນັບແຕ່ກັ້ນຊົນ, ໄຟຕາທ້າຍອອກແບບໃໝ່ ເປັນຊົງໂຕ C ແບບ LED ເພີ່ມຄວາມສະປອດ ແລະ ທັນສະໄໝຫຼາຍຂຶ້ນ, ດ້ານຂ້າງສູງຂຶ້ນ, ລໍ້ແມັກ ອັນລອຍ 18 ນີວ, ແວ່ນຂ້າງມາພ້ອມກັບໄຟລ້ຽວ LED ເຊິ່ງພັບໄດ້ອັດຕະໂນມັດ ໂດຍລະບົບໄຟຟ້າ, ແວ່ນດ້ານໜ້າ ແລະ 2 ຂ້າງເປັນແວ່ນຊັບສຽງປ້ອງກັນສຽງລົບກວນຈາກພາຍນອກເຂົ້າໄປໃນຫ້ອງໂດຍສານ.
ເບາະນັ່ງເປັນໜັງແທ້, ດ້ານຄົນຂັບປັບໄຟຟ້າໄດ້ເຖິງ 10 ທິດທາງ, ບ່ອນນັ່ງຜູ້ໂດຍສານປັບໃໝ່ກວ້າງຂຶ້ນຊ່ວຍໃຫ້ການນັ່ງໄດ້ສະດວກສະບາຍ, ພວງມະໄລຈູນມາໃໝ່ເບົາຂຶ້ນກວ່າເກົ່າຂະນະທີ່ຂັບໃນຊ່ວງຄວາມໄວຕ່ຳ, ລັດສະໝີໝູນພວງມະໄລສັ້ນລົງ ແຕ່ໄດ້ວົງລ້ຽວເທົ່າເດີມເພີ່ມຄວາມສະບາຍໃນການຂັບ.
ເຄື່ອງສຽງໜ້າຈໍສຳພັດ 8 ນີວ ລຸ້ນໃໝ່ລ່າສຸດ ສາມາດເຊື່ອມຕໍ່ໂທລະສັບສະມາດໂຟນ ແລະ Apple, ມີກ້ອງຕິດຕົວລົດແບບ 360 ອົງສາ, ເຄື່ອງຈັກກາຊວນ ຂະໜາດ 2.5L ທີ່ມີພະລັງສູງ ພ້ອມລະບົບຄວາມປ້ອງໄພສູງອື່ນໆອີກທີ່ມາພ້ອມກັບ New Nissan Navara 2021.
ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບລົດ ນິສສັນ Nissan ທຸກລຸ້ນໃນປະເທດລາວ ທ່ານສາມາດເຂົ້າໄປເບິ່ງລາຍລະອຽດໃນເວັບໄຊທ໌ຂອງບໍລິສັດ ນິສສັນລາວ Www.nissan-lao.la ຫຼື ເຂົ້າໄປທີ່ Facebook Page: Nissan Laos