
ເມື່ອກູ້ຊີບອົງການກາແດງລາວລົງກວດສອບຈຸດເກີດເຫດພົບຜູ້ບາດເຈັບ 8 ຄົນເປັນຍິງ 2 ຄົນ ອາການເບື້ອງຕົ້ນ:
1, ຜູ້ທີ່01:ຊື່ທ້າວຄຳຈັນ ອາຍຸ25 ປີ ບ້ານຢູ່ປັດຈຸບັນ ບ້ານເດີ່ນຂິລາ ເມືອງບຸນເຫນືອ ແຂວງຜົ້ງສາລີ ແມ່ນມີບາດແຜເລີ້ນຢູ່ໂຫນກແກ້ມເບື້ອງຂວາ
2,ຜູ້ທີ່02:ທ້າວສາຄອນ ອາຍຸ24ປີ ບ້ານຫີນຕີບ ເມືອງຫີນເຫີບ ແຂວງວຽງຈັນ ມີບາດແຜຊ້ຳຢູ່ແກ້ມແລະແຫນ້ນຫນ້າເອິກ
3,ຜູ້ທີ່03:ທ້າວອ່ອນສີ ອາຍຸ25ປີ ແມ່ນໝົດສະຕິ
4,ຜູ້ທີ່04: ທ້າວເທັ່ງລີ່ ອາຍຸ25ປີ ບ້ານຢູ່ປັດຈຸບັນບ້ານ ສ້ຽວ ເມືອງປາກອູ ແຂວງຫລວງພະບາງ ມີບາດແຜຈີກຢູ່ຫົວເຂົ່າ
5,ຜູ້ທີ05:ນາງເກັ່ງທໍ່ ອາຍຸ20ປີ ບ້ານຢູ່ປັດຈຸບັນບ້ານສ່ຽວ ເມືອງປາກອູ ແຂວງຫລວງພະບາງ ມີບາດແຜຈີກຢູ່ຄິ້ວ,ກ້ອງຕາ, ຄາງ
6,ຜູ້ທີ່06:ນາງ ສ້ອຍ ອາຍຸ17ປີ ບ້ານຢູ່ປັດຈຸບັນ ປາກອູ ເມືອງ ປາກອູ ແຂວງຫລວງພະບາງ ກ້ອງຕາເລີ້ນແລະເຈັບກົກຂາເບື້ອງຊ້າຍ
7,ຜູ້ທີ່07:ທ້າວອາລັດໄຊ ອາຍຸ34ປີ (ສັນຊາດໄທ)ມີບາດແຜຈີກຢູ່ຫູ, ຫນ້າຜາກແລະຄິ້ວເບື້ອງຂວາ
8,ຜູ້ທີ່08: ທ້າວຕິສັກ ອາຍຸ23ປີ ບ້ານປຸ່ງມາ ເມືອງປາກລາຍ ແຂວງຫລວງພະບາງ ເຈັບບ່າໄຫລ່, ແຄ່ງແລະກົກຂາເບື້ອງຊ້າຍ
ດັ່ງນັ້ນທີມງານຫນ່ວຍກູ້ຊີບອົງການກາແດງລາວ
ຫລວງພະບາງຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍແຂວງຫລວງພະບາງ ແລະ ໂຮງຫມໍບໍລິເວນ107
ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ 071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ