
ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງ ວ່າດ້ວຍການຍຸບເລີກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ໂດຍມີລາຍລະອຽດດັ່ງນີ້:
ມາດຕາ 1 ຍຸບເລີກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວສັບຊ້ອນວຽກງານ ດັ່ງນີ້:
1) ສັບຊ້ອນວຽກງານວິທະຍາສາດ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງສຶກສາທິການ ແລະ ກິລາ;
2) ສັບຊ້ອນວຽກງານເຕັກໂນໂລຊີ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;
3) ສັບຊ້ອນວຽກງານມາດຕະຖານ-ວັດແທກ, ວຽກງານຊັບສິນທາງປັນຍາ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ໄປຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ;
4)ສັບຊ້ອນສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ໄປຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້;
5) ມອບໂອນວຽກງານພະລັງງານທົດແທນ ແລະ ວັດສະດຸໃໝ່ ໄປໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່
6) ສັບຊ້ອນ ແລະ ໂຮມກົມຊ່ວຍໜູນ ເຊັ່ນ: ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມແຜນການ ແລະ ການຮ່ວມມື ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າກັບກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ; ກະຊວງສຶກສາທິການ ແລະ ກິລາ; ແລະ ກະຊວງອຸດສາຫະກໍາແລະ ການຄ້າ;
7) ສັບຊ້ອນພະນັກງານ-ລັດຖະກອນ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄປເຂົ້າກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ກະຊວງສຶກສາທິການ ແລະ ກິລາ; ກະຊວງອຸດສາຫະກໍາ ແລະ ການຄ້າ; ແລະ ກະຊວງ, ອົງການອື່ນ ຫຼື ຫັນລົງທ້ອງຖິ່ນ ຕາມຄວາມເໝາະສົມ
ມາດຕາ 2 ການມອບໂອນວຽກງານນັ້ນ ໃຫ້ມອບໂອນທັງວຽກ, ຄົນ, ງົບປະມານ- ຊັບສິນ ໄປຕາມແຕ່ລະວຽກງານ.
ມາດຕາ 3 ມອບໃຫ້ລັດຖະບານ, ຄະນະປັບປຸງກົງຈັກການຈັດຕັ້ງລັດ ແລະ ກະຊວງທີ່ກ່ຽວຂ້ອງ ຈັດຕັ້ງໄປຕາມມະຕິຕົກລົງສະບັບນີ້.
ມາດຕາ 4 ສະພາແຫ່ງຊາດ, ລັດຖະບານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມມະຕິຕົກລົງສະບັບນີ້ຢ່າງເຂັ້ມງວດ.
ມາດຕາ 5 ມະຕິຕົກລົງສະບັບນີ້ ມິຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ