
ຖ້າເວົ້າເຖິງເລື່ອງເຈັບແຂ້ວແມງແມ່ນໃຜບໍ່ເຄີຍເຈັບບໍ່ຮູ້ດອກທ່ານໃດທີ່ມີບັນຫາທາງດ້ານແຂ້ວແມງ, ແຂ້ວຫ້ຽນ,ແຂ້ວມີຮູ ສາເຫດມາຈາກແມງກິນ ໃຫ້ທ່ານລອງນຳເອົາຢາພື້ນເມືອງຊະນິດນີ້ໄປໃຊ້ລອງເບີ່ງຮັບຮອງວ່າໄດ້ຜົນ
ເຊີ່ງຢານີ້ຫຼາຍທ່ານເຄີຍຮູ້, ເຄີຍກິນເດັດຍອດມາກັບແຈ່ມປາເຄັມ. ເຊີ່ງຢານີ້ ຢູ່ໄຊຍະບູເອີ້ນຢານີ້ວ່າ ຫຍ້າຫນາມປູ່ຍ່າ ເພາະຢານີ້ເປັນຢາທີ່ລຸ້ນປູ່ຍ່າ ເຄີຍໃຊ້ມານານແລ້ວ..ສ່ວນຢູ່ຊຽງຂວາງເຂົາຮ້ອງກັນວ່າ ຫຍ້າໜາມພະຍາ.
ວິທີຮັກສາດັ່ງລຸ່ມນີ້:
1. ນຳໄປຂຸດເອົາຮາກມາລ້າງໃຫ້ສະອາດ ແຕ່ຕ້ອງໄປເອົາຍາມຕອນແລງເມື່ອຕາເວັນຕົກດິນ.
2. ນຳຮາກຢາມາຕົ້ມໃຫ້ໄດ້ນໍ້າປະມານ 4-5 ຈອກ. ໃຊ້ວາລາຕົ້ມດົນປະມານ20-30 ນາທີ
3. ປະໃຫ້ນ້ຳອຸ່ນແລ້ວນຳເອົານ້ຳຕົ້ມຢາມາອົມ, ອົມໄດ້ດົນຍິ່ງດີ.ເມື່ອອົມແມ່ນຈະມີອາການເປັນສີຮືນໆປາກ. ແຕ່ກໍ່ບໍ່ເປັນເປັນຫຍັງ ຫລື ບໍ່ມີບັນຫາ.
4. ຖ້າແຂ້ວມີຮູແມງກິນໃຫ້ນຳເອົາມີດຄູດເອົາເປືອກຢາທີ່ຕົ້ມແລ້ວມາຍັດໃສ່ບ່ອນທີ່ເປັນຮູແລ້ວອົມໄວ້. ຖ້າອົມໄກ້ໃຫ້ອົມຕອນນອນຍີ່ງດີ.