ເກີດເຫດ..!! ລົດໃຫຍ່ເສຍຫຼັກຕຳຕົ້ນໄມ້ຄົນຂັບ ເສຍຊີວິດຄາທີ່

ໃນວັນທີ່ 1.3.2021 ເວລາ23:50 ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ54323636 ວ່າມີລົດໃຫຍ່ເສຍຫຼັກຕຳຕົ້ນໄມ້ ຢູ່ເຂດບ້ານ ນາພອກ ເມືອງໄຊທານີ

ນະຄອນຫຼວງວຽງຈັນ

ດັ່ງນັ້ນໜ່ວຍກູ້ໄພອາສາເພື່ອປະຊາຊົນຈື່ງໄດ້ອອກກວດເຫດພົບຜູ້ເສຍຊີວິດເປັນເພດຊາຍ 1 ຄົນ ອາຍຸ 31 ປີ ບ້ານ ປາກຊາບ

ອາການເບື້ອງຕົ້ນ ແມ່ນ ກະທົບຫົວ ເລືອດອອກຫູ ດັງ, ປາກ ແລະ ເສຍຊີວິດຄາທີ່

ດັ່ງນັ້ນໜ່ວຍກູ້ໄພອາສາເພື່ອປະຊາຊົນຈື່ງປະສານຫາພາກສ່ວນທີ່ກ່ຽວຂ້ອງແລ້ວຈື່ງທຳການຫໍ່ສົບໃຫ້ກັບຍາດພ້ອງນ້ອງທຳພິທີທາງສາສະໜາທີ່ປ່າຊ້າຫຼັກ 26

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ

Author: PP

Leave a Reply

Your email address will not be published. Required fields are marked *