ເກີດເຫດ..!! ລົດໃຫຍ່ເສຍຫຼັກປີ້ນລົງຂ້າງທາງ ບ້ານນາຂາວ ເຈັບ 4 ສາຫັດ 1

ວັນນີ້(3/3/2021) ເວລາ 10:50   ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າມີລົດໃຫຍ່ເສຍຫຼັກປີ້ນລົງຂ້າງທາງ ທີ່ເຂດບ້ານ ນາຂາວ ເມືອງໄຊທານີ ນ.ວ

ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ ເປັນເພດຍິງ 2 ຄົນ ຊາຍ 2 ຄົນຜູ້ທີ1 ອາການເບື້ອງຕົ້ນ


ແມ່ນ ຂາເບື້ອງຂວາທ່ອນລຸ່ມ ຫັກເປີດໃຫ່ຍເສຍເລືອດຫລາຍມີບາດໃຫມ້ທີ່ແກ້ມກົ້ນຊ້າຍກະທົບໃບຫນ້າ ສາຫັດ

ຜູ້ທີ 2 ມີບາດແຜຕາມໃບຫນ້າເລັກນ້ອຍສ່ວນຜູ້ທີ່ 3~4 ເພດຊາຍທັງ 2 ມີອາການ ປວດຕາມຕົນໂຕ ດັ່ງນັ້ນຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ປະສານຫາພາກສ່ວນທີ່ກ່ຽວຂ້ອງແລ້ວຈຶ່ງທຳການປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ


ຂໍ້ມູນຈາກ: ຫນ່ວຍກູ້ໄພອາສາເພື່ອປະຊາຊົນ

Author: PP

Leave a Reply

Your email address will not be published. Required fields are marked *