
ກ່ຽວກັບບຸກຄົນບໍ່ຫວັງດີທີ່ປອມແປງຂ່າວເພື່ອຕົວະຍົວະເອົາເງິນບໍລິຈາກຂອງປະຊາຊົນ
ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງຜູ້ໃຈບຸນທັງຫຼາຍໃຫ້ຊາບທົ່ວເຖິງກັນວ່າ: ປັດຈຸບັນແມ່ນໄດ້ມີມິດສາຊີບບາງຈຳນວນນຳເອົາຮູບພາບ ແລະ ຂໍ້ມູນທີ່ໜ່ວຍກູ້ໄພຂອງພວກເຮົາເຄີຍຊ່ວຍເຫຼືອທາງດ້ານມະນຸດສະທຳມາກ່ອນ ໄປໂພສລົງເພື່ອລະດົມເງິນບໍລິຈາກອີກຄັ້ງ ໂດຍໄດ້ແກ້ໄຂເລກບັນຊີໃນການຮັບບໍລິຈາກ ເປັນຂອງບຸກຄົນເພື່ອຫຼອກລວງເອົາເງິນຂອງບັນດາຜູ້ໃຈບຸນທັງຫຼາຍ.
ຕໍ່ກັບບັນຫາດັ່ງກ່າວ ທາງທີມງານຂອງພວກເຮົາກໍ່ບໍ່ໄດ້ນິ້ງນອນໃຈ ໂດຍໄດ້ມິການປະສານງານເຖິງເຈົ້າໜ້າທີ່ ແລະ ທະນາຄານທີ່ກ່ຽວຂ້ອງເພື່ອກວດສອບບັນຊີ, ທີ່ຢູ່ຂອງບຸກຄົນທີ່ເປີດຮັບບໍລິຈາກ. ເຊິ່ງຄາດວ່າຈະສາມາດນຳຕົວຜູ້ກະທຳຜິດໄດ້ໃນໄວໆນີ້ ແລະ ຈະດຳເນີນຄະດີຕາມກົດໝາຍບ້ານເມືອງ.
ສະນັ້ນ, ຈຶ່ງແຈ້ງມາຍັງໃຫ້ທຸກທ່ານຈົ່ງຮັບຮູ້ ແລະ ມີສະຕິລະວັງຕົວເພີ່ມຂຶ້ນໃນການບໍລິຈາກແຕ່ລະຄັ້ງ. ຫາກເປັນທາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນຂອງພວກເຮົາເປີດຮັບບໍລິຈາກເອງ ຕ້ອງເປັນບັນຊີກາງທົ່ານັ້ນຄື :
ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ
ບັນຊີ: THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:
ກີບ/LAK: 010120000993902001
ບາດ/THB: 010120200993902001
ໂດຣາ/USD: 010120100993902001