ສັບພະຄຸນ..!!​ ຕົ້ນຄູຄາວ ແກ້ລິດຊີດວງໃນລຳໄສ້, ແກ້ອາການຈຸກສຽບ ແລະ ແກ້ນ້ຳເຫຼືອງ

ໝາກ: ໝາກສຸກມີຣົດຊາດສົ້ມຫວານ ແລະ ມີກິ່ນຫອມສາມາດກິນໄດ້.
ສັບພະຄຸນ:

ເປືອກຮາກ: ນ້ຳມາຕົ້ມດື່ມແກ້ອາການໄຂ້, ຊ່ວຍຂັບເຫື່ອ, ແກ້ພິດ, ເຮັດໃຫ້ປວດຮາກໄດ້, ໃຊ້ເປັນຢາລະບາຍ, ຮາກສົດນຳມາຕໍາໃຫ້ລະອຽດ ຫຼື ຄັ້ນເອົາແຕ່ນ້ຳໃຊ້ລ້າງແຜ່ແກ້ພະຍາດຜິວໜັງ.

ເປືອກຕົ້ນ: ໃຊ້ຕົ້ມດື່ມເປັນຢາບຳລຸງທາດໄຟ, ແກ້ຫອບຫືດ, ແກ້ໄອ, ແກ້ອາການຈຸກສຽດ ແລະ ຖອກທ້ອງ.
ເນື້ອໄມ້ ຫຼື ແກ່ນໄມ້: ເປັນຢາບຳລຸງກຳລັງ, ແກ້ລິດຊີດວງໃນລຳໄສ້, ແກ້ລິດຊີດວງໃນທາວານ, ແລະ ແກ້ນ້ຳເຫຼືອງ.
ໝາກ: ເປັນຢາບຳລຸງທາດ ແລະ ແກ້ອາການຈຸດສຽດ.

ບໍ່ລະບຸສ່ວນທີ່ໃຊ້: ຊ່ວຍຫຼຸດຄວາມດັນເລືອດ, ເພີ່ມການບີບຕົວຂອງຫົວໃຈ, ເຮັດໃຫ້ຫຼອດເລືອດໃນຫົວໃຈຫົດຕົວ, ຊ່ວຍຫຼຸດອາການອັກເສບ, ຄາຍກ້າມເນື້ອມົດລູກ, ຕ້ານເຊື້ອຣາ, ເຊື້ອແບັກທິເຣຍ, ໂປຣໂຕຊົວ, ເຊື້ອຢີສ ແລະ ຕ້ານເຊື້ອມະເຣັງ.

ສານທີ່ພົບ: ພົບສານອັນຄາລອຍຫຼາຍຊະນິດໄດ້ແກ່: anabasine, cephaeline, psychotrine ເຊິ່ງອາດຈະເປັນອັນຕະລາຍໄດ້ ເຊິ່ງຖ້າຮາກຄົນ ຫຼື ສັດຮັບປະທານເຂົ້າໄປໃນປະລິມານຫຼາຍຈະເຮັດໃຫ້ປະສາດຫຼອນ, ຄັນ ແລະ ແສບຮ້ອນຕາມຜິວໜັງ.

 

Author: PP

Leave a Reply

Your email address will not be published. Required fields are marked *