
ສັບພະຄຸນ:
ຮາກ: ນຳມາຕໍາທາຮອບຄໍແກ້ອາການໄອ, ປຸງເປັນຢາແກ້ທ້ອງບິດ, ເປັນຢາຂັບສານພິດ ແລະ ແກ້ປັດສະວະຂັດ.
ໃບ: ເປັນຢາແກ້ພະຍາດຊາງ, ແກ້ພະຍາດຕຸ່ມໃນຊອງປາກຂອງເດັກນ້ອຍ, ແກ້ຄໍອັກເສບ, ແກ້ຕຸ່ມໃນຄໍ, ໃຊ້ຕໍາພອກແກ້ພະຍາດມະເຮັງຜິວໜັງ, ມະເຮັງຕານເຕັ້ນ ແລະ ພະຍາດອິສຸກອິໄສ.
ດອກ: ແກ້ເສມຫະ, ໃຊ້ເປັນຢາແກ້ນິ້ວ ແລະ ລະລາຍກ້ອນນິ້ວ.
ທັງຕົ້ນ: ຕົ້ມດື່ມແກ້ເບື່ອເມົາ, ຊ່ວຍຂັບພິດຮ້ອນຖອນພິດໄຂ້, ແກ້ໄຂ້ລະເມີ, ແກ້ໄອ, ຂັບເສມຫະ, ແກ້ທ້ອງບິດ, ທ້ອງບິດຕິດເຊື້ອ, ເປັນຢາແກ້ຂັດ, ຊ່ວຍຂັບປັດສະວະ, ແກ້ນິ້ວ, ຂັບນິ້ວ, ຊ່ວຍຂັບປະຈຳເດືອນຂອງຜູ້ຍິງ, ແກ້ອາການບວມ
ເນື່ອງຈາກຕັບ ແລະ ມ້າມໃຫຍ່ (ນຳມາຕົ້ມດື່ມ), ຕໍາພອກ ຫຼື ທາແກ້ພະຍາດຜິວໜັງ, ແກ້ພິດຂີ້ເຂັບ, ່ແມງງອດ ແລະ ງູກັດ, ຊ່ວຍແກ້ພິດຝີ, ຮັກສາຝີໜອງພາຍນອກ, ແກ້ອາການເຈັບບວມ, ບັນເທົາອາການເຈັບ, ອັກເສບ ແລະ ແກ້ຟົກຊໍ້າ.
ສານສະກັດ: ບັນເທົາອາການເຈັບ.