
ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ກັບການພັດທະນາເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາກອນຢູ່ໃນໂລກ ເນື່ອງຈາກຫົວໜ່ວຍທຸລະກິດໄດ້ມີການໂຈະ ແລະ ປິດກິດຈະການ, ຊຶ່ງເຮັດໃຫ້ຕ້ອງໄດ້ໂຈະການຈ້າງງານ ແລະ ຢຸດການຈ້າງງານຢ່າງຖາວອນ.
ອີງຕາມການຄາດຄະເນຂອງອົງການແຮງງານສາກົນ ໃນທົ່ວໂລກ ມີຜູ້ຫວ່າງງານ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສູງເຖິງ 25 ລ້ານຄົນ, ຊຶ່ງຈະສູນເສຍລາຍຮັບປະມານ 34.000 ຕື້ໂດລາສະຫະລັດ. ສຳລັບ ສປປ ລາວ ຜ່ານການເກັບກຳຂໍ້ມູນໃນຂອບເຂດທົ່ວປະເທດ ເຫັນວ່າຜູ້ຫວ່າງງານ ທີ່ກັບຈາກຕ່າງປະເທດ ແລະ ຫວ່າງງານພາຍໃນປະເທດ ມີຫລາຍກວ່າ 63.000 ຄົນ.
ທ່ານ ບຸນສວນ ໄຊຍະສິດ ຫົວໜ້າພະແນກສົ່ງເສີມການຈັດຫາງານ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ລາຍງານໃນກອງປະຊຸມສົນທະນາສາມຝ່າຍ ຮ່ວມກັບສູນບໍລິການຈັດຫາງານ ແລະ ບໍລິສັດຈັດຫາງານ ກ່ຽວກັບວຽກງານແຮງງານເຄື່ອນຍ້າຍ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃຕ້ໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ:
ຄວາມເຂົ້າໃຈດ້ານສິດທິ ແລະ ກາລະໂອກາດ ຂອງແຮງງານເຄື່ອນຍ້າຍເພດຍິງ ໃນພາກພື້ນອາຊຽນ, ເຊິ່ງຈັດຂຶ້ນໃນວັນທີ 3 ມີນາ 2021 ທີ່ໂຮງແຮມເດີນິວໂຣສ ນະຄອນຫລວງວຽງຈັນ, ມີບາງຕອນວ່າ: ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບສປປ ລາວ ຫົວໜ່ວຍແຮງງານ, ໂຄງການ ແລະ ໂຮງຈັກໂຮງງານຫລາຍແຫ່ງໄດ້ມີການໂຈະ ແລະ ປິດກິດຈະການເຊັ່ນກັນ, ຊຶ່ງຜູ້ອອກແຮງງານໃນລະບົບ,
ນອກລະບົບ ລວມເຖິງຜູ້ປະກອບອາຊີບອິດສະຫລະ ກໍ່ໄດ້ຮັບຜົນກະທົບຫລາຍສົມຄວນ, ຊຶ່ງຄາດຄະເນອັດຕາການຫວ່າງງານຈະເພີ່ມຂຶ້ນປະມານ 20%. ຄຽງຄູ່ກັນນັ້ນ, ປະຊາຊົນລາວທີ່ອອກ ແຮງງານຢູ່ປະເທດໄທແບບຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ ໄດ້ຫລັ່ງໄຫລກັບຄືນປະເທດ ເປັນຈຳນວນຫລວງຫລາຍ ໂດຍຜ່ານຊ່ອງທາງຕ່າງໆ ມາເຖິງປັດຈຸບັນ ມີຫລາຍກວ່າ 147.000 ຄົນ,
ມາຈາກມາເລເຊຍ 456 ຄົນ.ພ້ອມນີ້, ຍັງມີແຮງງານລາວ ທີ່ຍັງຄ້າງຢູ່ຕ່າງປະເທດ ໂດຍສະເພາະ ປະເທດໄທ ມີ 115.993 ຄົນ, ຢູ່ປະເທດຍີປຸ່ນ 235 ຄົນ, ຢູ່ ສ.ເກົາຫລີ 320 ຄົນ ແລະ ຢູ່ປະເທດມາເລເຊຍ 1.544 ຄົນ. ທ່ານ ບຸນສວນ ໄຊຍະສິດ ກ່າວຕື່ມວ່າ: ເພື່ອຊ່ວຍໃຫ້ຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ ແລະ ຜູ້ອອກແຮງງານລາວທີ່ຫວ່າງງານພາຍໃນປະເທດ ໄດ້ເຂົ້າເຖິງການມີວຽກເຮັດງານທຳພາຍໃນປະເທດຕາມເງື່ອນໄຂ ແລະ ຄວາມຕ້ອງການຂອງຫົວໜ່ວຍແຮງງານ ພາຍໃນປະເທດ ລວມທັງການໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ,
ເພື່ອເຮັດໃຫ້ວຽກງານແຮງງານເຄື່ອນຍ້າຍ ຖືກຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບ, ເງື່ອນໄຂປັດຈຸບັນ, ຕອບສະໜອງກັບຈຸດປະສົງ ແລະ ລະດັບຄາດໝາຍ, ຕໍ່ກັບສະພາບການດັ່ງກ່າວ ລັດຖະບານ ໄດ້ຕັ້ງໜ່ວຍງານສະເພາະກິດຂັ້ນສູນກາງ, ຂັ້ນກະຊວງ, ຂັ້ນແຂວງ ແລະ ຂັ້ນເມືອງ ໂດຍປະກອບມີຂະແໜງການຕາງໆທີ່ກ່ຽວຂ້ອງ ເພື່ອໃຫ້ການຊ່ວຍເຫລືອແກ່ເຂົາເຈົ້າໃນສະເພາະໜ້າ ແລະ ຍາວນານ.
ພ້ອມນີ້, ກໍໄດ້ເອົາໃຈໃສ່ເປັນຢ່າງດີໃນການປະສານງານ ແລະ ພົວພັນກັບປະເທດຕ່າງໆ ທີ່ຮັບແຮງງານລາວ ເພື່ອຕິດຕາມສະພາບທາງດ້ານນະໂຍບາຍຕໍ່ຜູ້ອອກແຮງງານ ເປັນໄລຍະ ແລະ ຮ່ວມກັບສູນບໍລິການຈັດຫາງານ, ບໍລິສັດຈັດຫາງານ ລວມທັງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫລວງວຽງຈັນ ຕິດຕາມ ແລະ ໃຫ້ການຊ່ວຍເຫລືອ ຜູ້ອອກແຮງງານທີ່ເດີນທາງກັບບ້ານໃນດ້ານຕ່າງໆ ທີ່ຈຳເປັນ.Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)