
ເກີດແຜ່ນດິນໄຫວ ຮຸນແຮງ ຢູ່ເກຣັກ ຂະໜາດ 6,3 ລິກເຕີ ຕາມແຫລ່ງຂ່າວ ເມືອງລາຣິສຊາ ຂອງ ເກຣັກ, ວັນທີ 4 ມີນາ, ເກີດແຜ່ນດິນໄຫວ ຮຸນແຮງ ຂະໜາດ 6,3 ລິກເຕີ ຢູ່ເມືອງລາຣິສຊາ ທາງພາກກາງ ຂອງເກຣັກ ເຮັດໃຫ້ ອາຄານ ຫລາຍຫລັງ ໄດ້ຮັບຄວາມ ເສຍຫາຍ, ປະຊາຊົນ ຈຳນວນ ຫລວງຫລາຍ ຕື່ນຕົກໃຈ ພາກັນ
ແລ່ນໜີ ອອກໄປ ຢູ່ຕາມ ທ້ອງຖະໜົນ, ເກີດອັບເຕີຣຊອກ ຫລື ແຮງວສັ່ນສະເທືອນ ຫລາຍຄັ້ງຕາມມາ ຫລັງແຜ່ນດິນໄຫວ . ຂະນະນີ້ ຍັງບໍ່ມີລາຍງານ ຜູ້ໄດ້ຮັບ ບາດ
ເຈັບ ຈາກແຜ່ນດິນໄຫວ ໃນຄັ້ງນີ້, ນອກຈາກນັ້ນ, ເຈົ້າໜ້າທີ່ ຍັງກ່າວວ່າ ເກີດເຫດ ດິນເຈື່ອນອີກດ້ວຍ ແລະ ພວມປະເມີນ ຄວາມເສຍຫາຍ, ຂະນະທີ່ ເຮລິກົບແຕ້
ພວມບິນສຳຫລວດ ໃນພື້ນທີ່ ເກີດເຫດ ແຜ່ນດິນໄຫວ ແລະ ກຽມຄວາມພ້ອມໃຫ້ ຄວາມຊ່ວຍເຫລືອ ກັບ ຜູ້ທີ່ປະສົບເຄາະຮ້າຍ ໃນຄັ້ງນີ້