
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມ ແຂວງໄຊສົມບູນ ຂອງກະຊວງປ້ອງກັນປະເທດ ໃນໄລຍະ 5 ປີ ( 2015-2020 ) ແລະ ທິດທາງແຜນການ 5 ປີ ( 2021-2025 ) ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ມີນາ 2021 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການແຂວງ ໄຊສົມບູນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກ ເຈົ້າແຂວງໆໄຊສົມບູນ, ມີບັນດາສະຫາຍຜູ້ຕາງໜ້າຄະນະນຳກະຊວງກະສິກຳ ແລະ ປ່າໄມ້, ຫ້ອງວ່າການສູນກາງພັກ, ກະຊວງ ປກສ, ກະຊວງແຜນການ ແລະ ການລົງທືນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ຫ້ອງວ່າການສຳນັກງານນາຍຍົກ, ຄະນະນຳແຂວງ, ເມືອງ, ບັນດາສະຫາຍແຂກ ແລະ ຜູ້ແທນກອງປະຊຸມທີ່ມາຈາກກຳລັງ ປກຊ-ປກສ, ອໍານາດການປົກຄອງບ້ານ, ແນວໂຮມ, ພະນັກງານກໍ່ສ້າງຮາກຖານປະຈໍາຈຸດສຸມ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງເຂົ້າຮ່ວມ.
ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຫົວໜ້າກົມໃຫຍ່ພາລາທິການກອງທັບ, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມແຂວງໄຊສົມບູນໄດ້ສະຫຼຸບຕີລາຄາການກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມໃນໄລຍະ 5 ປີຜ່ານມາ ເຊິ່ງຄະນະຊີ້ນໍາ 3 ຈຸດສຸມແຂວງໄຊສົມບູນໄດ້ສົມທົບອໍານາດການປົກຄອງນຳເອົາແນວທາງນະໂຍບາຍ, ມະຕິ-ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ລົງໄປເຜີຍແຜ່, ສຶກສາອົບຮົມພໍ່ແມ່ປະຊາຊົນບັນດາເຜົ່າ, ເຈົ້າກົກເຈົ້າເຫຼົ່າຫົວໜ້າຊິງຊ່າວທົ່ວ 3 ຈຸດສຸມ ແລະ 14 ບ້ານຈຸດສຸມ ໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຮັກບ້ານເກີດເມືອງນອນຂອງຕົນ, ມີຄວາມສາມັກຄີປອງດອງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງ ກໍ່ຄືຄອບຄົວຂອງຕົນໃຫ້ຫຼຸດພົ້ນຈາກຄວາມທຸກຍາກ, ສຶກສາອົບຮົມໃຫ້ເຫັນແຈ້ງ ຕໍ່ກົນອຸບາຍຕົວະຍົວະຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີ, ຈັດຕັ້ງຝຶກອົບຮົມກົດໝາຍອາຍາ, ກົດໝາຍການປົກຄອງທ້ອງຖິ່ນ, ກົດໝາຍທີ່ດິນ, ກົດໝາຍປ່າໄມ້, ກົດໝາຍຄອບຄົວ, ພາລະບົດບາດ, ສິດໜ້າທີ່ໃຫ້ອົງການປົກຄອງ, ຂະແໜງການບ້ານ, ອົງການແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການສ້າງບ້ານພັດທະນາ ແລະ ນໍາເອົາພີມຮູບເງົາມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບ, ເອກະສານພາລະບົດບາດ ໜ້າທີ່ເຈົ້າກົກເຈົ້າເຫຼົ່າ, ຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ການຄຸ້ມຄອງ ແລະ ການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ, ລົງໂຄສະນາເຜີຍແຜ່ຢ່າງທົ່ວເຖິງ, ຂົນຂວາຍດູດດຶງພາກສ່ວນທີ່ລີ້ຊ່ອນຢູ່ປ່າ ອອກມາເປັນພົນລະເມືືອງດີ.
ສັງລວມແລ້ວ ໃນໄລຍະຜ່ານມາ ທາງສູນກາງ ແລະ ອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນໄດ້ສຸມໃສ່ແກ້ໄຂບັນຫາຄວາມບໍ່ສະຫງົບ ແລະ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ; ໂດຍໄດ້ຫັນເອົາກໍາລັງລົງກໍ່ສ້າງຮາກຖານຕາມ 4 ເນື້ອໃນ, 4 ຄາດໝາຍ, ເຮັດໃຫ້ອໍານາດການປົກຄອງບ້ານ ແລະ ປະຊາຊົນມີຄວາມຕື່ນຕົວໃນການປົກປັກຮັກສາ-ພັດທະນາບ້ານຊ່ອງ, ລະບົບປະຊາທິປະໄຕຢູ່ຮາກຖານບ້ານ ໄດ້ຮັບການປັບປຸງບູລະນະໃຫ້ເຂັ້ມແຂງ, ໜັກແໜ້ນ, ສະພາບມີຄວາມສະຫງົບ, ປະຊາຊົນບັນດາເຜົ່າໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ກໍ່ຄືຄອບຄົວຂອງຕົນໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໄດ້ຮັບການການຍົກລະດັບ ແລະ ປັງປຸງດີຂຶ້ນເທື່ອລະກ້າວ, ບັນດາພື້ນຖານໂຄງລ່າງໄດ້ຮັບການປັບປຸງກໍ່ສ້າງ ແລະ ສ້ອມແປງ, ສ້າງເງື່ອນໄຂໃນການສ້າງບ້ານພັດທະນາ ແລະ ກ້າວເປັນຕົວເມືອງນ້ອຍໃນຊົນນະບົດໃນຕໍ່ໜ້າ, ລູກຫຼານຂອງພໍ່ແມ່ປະຊາຊົນ ໄດ້ເຂົ້າໂຮງຮຽນເປັນປົກກະຕິ ແລະ ເວລາເຈັບເປັນໄດ້ຮັບປິ່ນປົວ, ການເຊື່ອຖືງົມງວາຍໄດ້ຫຼຸດລົງເປັນກ້າວໆ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດ-ຄໍາເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການໃຫ້ມີເນື້ອໃນຖົບຖ້ວນ ແລະ ສົມບູນຂຶ້ນຕື່ມ. ກອງປະຊຸມຍັງໄດ້ຈັດຕັ້ງພິທີຍ້ອງຍໍກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນໃນການກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມໃນໄລຍະ 5 ປີຜ່ານມາ ໃນນີ້, ປະດັບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ກົມກອງລວມໝູ່ 3 ກົມກອງ, ມອບໃຫ້ບຸກຄົນ 7 ສະຫາຍ, ປະດັບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ກົມກອງລວມໝູ່ 4 ກົມກອງ, ມອບໃຫ້ບຸກຄົນ 12 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ກົມກອງລວມໝູ່ 17 ກົມກອງ, ມອບໃຫ້ບຸກຄົນ 64 ສະຫາຍ, ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບໃຫ້ກົມກອງລວມໝູ່ 20 ບ້ານ, ມອບໃຫ້ບຸກຄົນ 68 ສະຫາຍ, ໃຫ້ກຽດຂຶ້ນມອບ ແລະ ປະດັບໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ບັນດາສະຫາຍຄະນະຊີ້ນຳ 3 ຈຸດສຸມ ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດການກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມໄລຍະ 5 ປີຜ່ານມາ ແລະ ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນຄື ຕ້ອງຖືເອົາວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ຕາມ 4 ເນື້ອໃນ4 ຄາດໝາຍຕິດພັນວຽກງານ 3 ສ້າງ ເປັນໜຶ່ງໃນ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກອງທັບ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດວາງອອກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ( 2021-2025 ) ຂອງແຂວງໄຊສົມບູນ. ຄະນະຊີ້ນໍາ 3 ຈຸດສຸມ ຕ້ອງສົມທົບແໜ້ນກັບອົງການປົກຄອງທຸກຂັ້ນ, ຕ້ອງມີການນຳພາ, ຊີ້ນຳບັນຊາວຽກນີ້ຢ່າງເລິກເຊິ່ງ ແລະ ແທດເຖິງ, ຕ້ອງສຸມໃສ່ສະໜາມຮົບນີ້ຢ່າງມີແຜນການ ມີຈຸດສຸມ, ຕ້ອງມີການບຳລຸງ ກໍ່ສ້າງຖັນແຖວນັກຮົບຢູ່ກັບທີ່(ຢູ່ກັບບ້ານ)ໃຫ້ພຽງພໍກັບຄວາມຕ້ອງການ ຈິ່ງຈະຮັບປະກັນຜົນສຳເລັດ, ສືບຕໍ່ຫັນເອົາພະນັກງານວິຊາການລົງສູ່ຮາກຖານນໍາພາປະຊາຊົນເຮັດຕົວຈິ່ງ, ພະນັກງານຮາກຖານມີບົດບາດສໍາຄັນຕໍ່ຜົນໄດ້-ຜົນເສຍ ຂອງການຈັດຕັ້ງປະຕິບັດແນວທາງຂອງພັກ. ສະນັ້ນ, ການເລືອກເຟັ້ນເອົາພະນັກງານລົງຮາກຖານ ຕ້ອງແມ່ນພະນັກງານຜູ້ທີ່ໄດ້ຮັບອົບຮົມ, ມີຫົວຄິດປະດິດສ້າງ, ມີຄວາມຮູ້-ຄວາມສາມາດ, ມີພຶດຕິກໍາຕົວຈິງ ແລະ ກໍາແໜ້ນແນວທາງນະ ໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຕັ້ງໜ້າປຸກລະດົມ ຂົນຂວາຍ, ສຶກສາ ອົບຮົມປະຊາຊົນໃຫ້ມີຄວາມຕື່ນຕົວເປັນເຈົ້າ, ມີຄວາມຫ້າວຫັນທຳມາຫາກິນ ຜະລິດເປັນສິນຄ້າ ແລະ ເຮັດການບໍລິຫານສ້າງລາຍໄດ້ເຂົ້າສູ່ຄອບຄົວ, ປະກອບສ່ວນປົກປັກຮັກສາ ແລະ ສ້າງສາບ້ານຊ່ອງຂອງຕົນ. ເວົ້າລວມແລ້ວຕ້ອງສ້າງປະຊາຊົນໃຫ້ເປັນເຈົ້າຊົນນະບົດຢ່າງແທ້ຈິ່ງ, ຕ້ອງເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານໃຫ້ໜັກແໜ້ນເພື່ອຮັບປະກັນສະຖຽນລະພາບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢູ່ຮາກຖານໃຫ້ມີຄວາມສະຫງົບປອດໄພ 100%.
ທີ່ມາ: Lao National Radio