
ທ້າວ ພູດອຍ ໄຊຍະຈັກ ຄົນທີ່ສູງທີ່ສຸດມີຫນຶ່ງດຽວເທົ່ານັ້ນ ເປັນຄົນບ້ານນ້ຳໃສ ເມືອງປະທຸມພອນ ແຂວງຈຳປາສັກ
ທ້າວ ພູດອຍ ໄຊຍະຈັກ, ປະຈຸບັນ ອາຍຸ 31 ປີແລ້ວ, ເປັນຄົນລາວ ທີ່ມີຄວາມສູງ ທີ່ສຸດໃນ ປະເທດລາວ (2.23 ແມັດ) ກາຍເປັນ ຂວັນໃຈ ຂອງພໍ່ແມ່ປະຊາຊົນລາວ ປະຈຸບັນ ຜູ່ກ່ຽວມີສຸຂະພາບ ແຂງແຮງດີ ແລະ ມີຫຼາຍພາກສ່ວນ ເຂົ້າໄປຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອ. ຜູ່ກ່ຽວອາໄສຢູ່ບ້ານນ້ຳໃສ ເມືອງປະທຸມພອນ ແຂວງຈຳປາສັກ.
ທ້າວ ພູດອຍ ໄຊຍະຈັກກາຍເປັນ ຂວັນໃຈ ຂອງພໍ່ແມ່ປະຊາຊົນລາວ. ປະຈຸບັນ ຜູ້ກ່ຽວມີສຸຂະພາບ ແຂງແຮງດີ ແລະ ມີຫຼາຍພາກສ່ວນ ເຂົ້າໄປຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອ.
ທ້າວພູດອຍ ຊຶ່ງໝາຍເຖິງພູເຂົາ ເກີດໃນຄອບຄົວຊາວນາ ໃນປີ 1990 ທີ່ບ້ານ ນ້ຳໄສເທິງ, ເມືອງປະທຸມພອນ ແຂວງຈໍາປາສັກ. ປະຈຸບັນ ລາວອາດເປັນ ຜູ້ທີ່ສູງທີ່ສຸດ ໃນປະເທດລາວ