
ໃນສະຖານະການໄພແລ້ງ ຊາວກະສິກອນໄມ້ໃຫ້ໝາກຈຳເປັນຕ້ອງຮັກສາສວນຂອງຕົນເອງໃຫ້ຕົ້ນໄມ້ຢູ່ລອດຜ່ານພົ້ນໄປໃຫ້ໄດ້ ເພາະຕົ້ນໄມ້ໃຫ້ໝາກໃຊ້ເວລາດົນຫຼາຍປີກວ່າຈະອອກດອກອອກໝາກ.
ວິທີການງ່າຍໆ ແລະ ເປັນປະໂຫຍດແກ່ຊາວສວນ ທີ່ຄວນນຳໄປປະຕິບັດໃຊ້ມີດັ່ງນີ້:
1, ຕັດກິ່ງ ຫຼື ເລຶອກຄັດໃບບາງສ່ວນອອກກໍລະນີທີ່ຈຳເປັນອາດຈະຕ້ອງພິຈາລະນາຕັດຜົນຜະລິດບາງສ່ວນຖິ້ມ.
2, ປ່ຽນຊ່ວງເວລາ ການໃຫ້ນໍ້າ ແລະ ສີດນໍ້າໃສ່ໃບ ເປັນຊ່ວງຕອນແລງ ຫຼື ກາງຄືນ.
3, ໃຊ້ຕາໜ່າງພາງແສງໃຫ້ຕົ້ນໄມ້.
4, ຄຳນຶງການໃຫ້ນໍ້າແບບປະຢັດທີ່ສຸດເຊັ່ນລະບົບນໍ້າຢອດ ຫຼື ຫົວປິ່່ນ, ໃຫ້ນໍ້າເທື່ອລະໜ້ອຍແຕ່ໃຫ້ຫຼາຍເທື່ອ.
5, ເສຍຫຍ້າ ຄວນເຮັດຕັ້ງແຕ່ຊ່ວງຕົ້ນລະດູແລ້ງ ເມື່ອຫຍ້າແຫ້ງສາມາດນຳມາປົກຮາກຕົ້ນໄມ້ໄດ້.
6, ປົກຮາກຕົ້ນໄມ້ດວ້ຍໃບໄມ້ແຫ້ງ ຫຼື ຫຍ້າແຫ້ງ ເພື່ຶອເພີ່ມຄວາມຊຸ່ມ.
7, ຖ້າຫາກນໍ້າບໍ່ພໍບໍ່ຄວນໃສ່ປຸ່ຍໃນຊ່ວງໄພແລ້ງ ເພາະອາດຈະເປັນການກະຕຸ້ນການຈະເລີນເຕີບໂຕຂອງພືດເຊັ່ນກິ່ງ ແລະ ໃບ, ເມື່ອນໍ້າບໍ່ພໍພືດອາດຈະຫ່ຽວໄດ້.
ຂອບໃຈທີ່ມາ:www.phakhaolao.la