
ເຫດລົດວີໂກ່ຕຳກັບລົດບັນທຸກ ແລ້ວ ມີອຸຍັດຕິເຫດຕຳຊ້ອນອິກຄັນ ເຂດ ຫຼັກ35 ບ້ານ ບໍ່ເຫຼັກ ເມືອງໄຊທານີ
ໃນວັນທີ່ 7 ມີນາ 2021 ເວລາ 18:10 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລດສຸກເສີນ 54323636 ວ່າມີລົດໃຫຍ່ຕຳກັນຢູ່ທາງເລກ 13 ໃຕ້ ເຂດບ້ານບໍ່ເຫຼັກ
ເມືອງໄຊທານີ ນະຄອນຫຼວງວຽງຈັນ
ໜ່ວຍກູ້ໄພອາສາເພື່ອປະຊາຊົນຈື່ງໄດ້ອອກກວດເຫດບໍ່ພົບຜູ້ບາດເຈັບແຕ່ໃນຄະນະທີ່ທີມກູ້ໄພໄດ້ທຳການລະບາຍລົດໄດ້ມີລົດຮຸ່ນໄດຄັນ1ແລ່ນມາດ້ວຍຄວາມໃວ
ມາຕຳເອົາລົດທີ່ສະລໍຄວາມໃວຈຳນວນ 3 ຄັນ ລວມເປັນ 5 ຄັນ
ຕໍ່ກັບເຫດການຄັ້ງນີ້ເກືອບມີການສູນເສຍອາສາກູ້ໄພ ຍ້ອນຄວາມປະໝາດຂອງຜູ້ຂັບຂີ່ບໍ່ເບີ່ງສັນຍານບໍ່ໃຫ້ຄວາມຮ່ວມມືຕໍ່ການປະຕິບັດໜ້າທີ່ຂອງອາສາກູ້ໄພ
ດັ່ງນັ້ນອາສາກູ້ໄພເພື່ອປະຊາຊົນຈື່ງໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງແລ້ວປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ