
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເນປິດ ປະເທດມຽນມາ ເມື່ອວັນທີ 1 ກຸມພາ 2021 ວ່າ ກອງທັບມຽນມາ ອອກຖະແຫຼງຂ່າວມື້ນີ້ ຢືນຢັນການຄວບຄຸມຕົວເຈົ້າໜ້າທີ່ລະດັບສູງຫຼາຍຄົນ ຍ້ອນການເລືອກຕັ້ງທົ່ວປະເທດໃນວັນທີ 8 ພະຈິກປີ 2020 ມີການທຸຈະລິດເປັນວົງກວ້າງ ນັບຈາກນີ້ ເປັນເວລາ 1 ປີ ອຳນາດບໍລິຫາ
ນິຕິບັນຍັດ ແລະ ຕຸລາການຂອງມຽນມາ ໃຫ້ຂຶ້ນກັບການບັນຊາການຂອງ ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ບັັນຊາການທະຫານສູງສຸດ ໃນເວລາດຽວກັນທົ່ວທຸກພາກຂອງມຽນມາຢູ່ພາຍໃຕ້ຄຳສັ່ງສະຖານະການສຸກເສີນ.ທັງນີ້, ການຖະແຫຼງຂ່າວຂອງມຽນມາບໍ່ໄດ້ລະບຸຸຊື່ບຸກຄົນໃດ ແຕ່ພັກສັນຕິບານແຫ່ງຊາດເພື່ອປະຊາທິ ປະໄຕ ລາຍງານວ່າຜູ້ທີ່ຖື
ຄວບຄຸມຕົວໄປຈາກບ້ານພັກ ຕັ້ງແຕ່ໃນຕອນເຊົ້າວັນຈັນຕາມເວລາທ້ອງ ຖິ່ນ, ລວມທັງຜູ້ນຳລັດຖະບານພົນລະເຮືອນ ທ່ານ ນາງ ອອງ ຊານ ຊູຈີ, ປະທານາທິບໍດີ ວິນ ມະຍິນ ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຫຼາຍທ່ານອື່ນໆໃນລັດຖະບານ ແລະ ສະມາຊິກອາວຸໂສຂອງພັກ.ມຽນມາຢູ່ພາຍໃຕ້ການປົກຄອງຂອງທະຫານເປັນເວລາດົນນານລະຫວ່າງ
1962 ແລະ 2011 ແລະລັດຖະທຳມະນູນຂອງມຽນມາໃນປະຈຸບັນ ສ້າງຕັ້ງຂຶ້ນໂດຍທະຫານໃນປີ 2008, ກຳນົດອັດຕາສ່ວນ 25% ໂດຍອັດຕະໂນມັດ ໃຫ້ແກ່ທະຫານ ທັງຢູ່ໃນສະພາຜູ້ແທນປະຊາຊົນ ແລະ ວຸດທິສະພາ ການທີ່ກອງທັບຕ້ອງຄຸມກະຊວງສຳຄັນດ້ານຄວາມໝັ້ນຄົງຄື ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບແລະ ບຸກຄົນທີ່ມີຄູ່ສົມຣົດ ຫຼື ລູກເປັນພົນລະເມືອງຕ່າງຊາດ ບໍ່
ສາມາດດຳລົງຕຳແໜ່ງປະທານາທິບໍດີໄດ້ ທາງອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ກອງທັບມຽນມາຄຳນຶເຖິງຄວາມຕ້ອງການຂອງປະຊາ ຊົນ ເຊິ່ງອອກສ່ຽງຜ່ານການເລືອກຕັ້ງເມື່ອທ້າຍປີທີ່ຜ່ານມາ ແລະ ໄດ້ກ່າວເຖິງການລັດຖະປະຫານຢຶດອຳນາດຈາກລັດຖະບານຂອງທ່ານ ນາງ ອອງ ຊານ ຊູຈີ ແມ່ນເປັນການກ້າວຖອຍຫຼັງ ຂອງເສັ້ນທາງການປະຕິຮູບໃນມຽນມາ.