ປັດໄຈ ທີ່ເຮັດໃຫ້ເສດຖະກິດຫວຽດນາມ ເຕີບໂຕແຊງໜ້າປະເທດອື່ນ

GDP ຂອງປະເທດຫວຽດນາມ ໃນປີ 2016-2020 ເຕີບໂຕສະເລ່ຍ 5.9% ເປັນການເຕີບໂຕທີ່ສູງທີ່ສຸດໃນໂລກ.

ແລະໃນປີ 2021 ນີ້ ຄາດການວ່າ ຈະເຕີບໂຕສູງເຖິງ 6.5-7.0%.

ປັດໄຈທີ 1: ການປະຕິຮູບກົດໝາຍ ລະຖິິ້ມກົດໝາຍເກົ່າລ້າສະໄໝ-ຊ້ຳຊ້ອນ ແລ້ວຮ່າງກົດໝາຍໃໝ່ ທີ່ສົ່ງເສີມການຄ້າ ແລະການລົງທຶນໃຫ້ສອດຄ່ອງກັບສາກົນ ໂດຍໃຊ້ມາດຕະຖານຂອງອົງການການຄ້າລະຫວ່າງປະເທດ (WTO) ເຮັດໃຫ້ດຶງດູດນັກລົງທຶນຕ່າງຊາດໄດ້ຫຼາຍຂຶ້ນ.

ປັດໄຈທີ 2: ສະໜັບສະໜູນການຄ້າເສລີ ໃນປັດຈຸບັນນີ້, ຫວຽດນາມມີຂໍ້ຕົກລົງການຄ້າເສລີ (FTA) 16 ສະບັບ ກັບ 53 ປະເທດ ຈຶ່ງສາມາດດຶງດູດດານຄ້າການລົງທຶນໄດ້ຫຼາຍກວ່າ ລວມເຖິງເຂດການຄ້າເສລີຫວຽດນາມກັບສະຫະພາບເອີລົບ (EU) ພ້ອມທັງຂໍ້ຕົກລົງຄວາມເຂົ້າໃຈ ແລະຄວາມຄືບໜ້າເພື່ອຮຸ້ນສ່ວນຂ້າມປາຊີຟິກ (CPTPP).

ປັດໄຈທີ 3 : ໃຫ້ຄວາມສຳຄັນກັບການພັດທະນາຄົນ ເຮັດໃຫ້ມີແຮງງານທີ່ກົງກັບຄວາມຕ້ອງການຂອງຜູ້ປະກອບການ ເຊິ່ງເປັນສິ່ງສຳຄັນຫຼາຍ ເຮັດໃຫ້ຫວຽດນາມມີການແຂ່ງຂັນໃນເວທີໂລກໄດ້ ແລະດຶງດູດການລົງທຶນຈາກຕ່າງປະເທດໄດ້ມະຫາສານ.

Author: PP

Leave a Reply

Your email address will not be published. Required fields are marked *