
ຖ້າເວົ້າເຖິງໃນເວທີການເມືອງ, ວັດທະນະທໍາ-ສັງຄົມ, ທະລຸກິດ ແລະ ອື່ນໆ ແມ່ຍິງລາວບໍ່ເປັນສອງຮອງປະເທດໃດໃນໂລກມື້ນີ້ຜູ້ຂຽນຈະພາທ່ານໄປສ່ອງເບິ່ງບຸກຄົນສໍາຄັນຂອງແມ່ຍິງລາວທີ່ຢືນຢູ່ແຖວຫນ້າໃນເວທີການເມືອງ ແລະ ການພັດທະນາ
1. ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ
2. ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ
3. ທ່ານ ນາງ ແພງພອນ ຂັນທະຍົງທອງ, ວິລະຊົນແຫ່ງຊາດ
4. ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
5. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ
6. ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ
7. ທ່ານ ນາງ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
8. ທ່ານ ນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປປ ລາວປະຈໍາ ສປ ຈີນ
9. ນາງ ສຸດາພອນ ວິຊຸນນະລາດ (ນັກບິນຍິງຄົນທໍາອິດຂອງລາວ)
10. ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ອື່ນໆ.
ແນວໃດກໍດີ ກ່ອນຈະມີວັນນີ້ ໄປເບິ່ງຄວາມເປັນມາ ແລະ ປະຫວັດສາດຂອງວັນແມ່ຍິງສາກົນຄົບຮອບ 110 ປີ ເຊິ່ງໄດ້ຜ່ານອຸປະສັກ ແລະ ຄວາມຫຍຸ້ງຍາກຫຍັງແນ່? ວັນແມ່ຍິງສາກົນ ກົງກັບວັນທີ 8 ມີນາ ຂອງທຸກໆປີ ເປັນມື້ທີ່ມີການປະທ້ວງຂອງກຳມະ ກອນແມ່ຍິງທີ່ເມືອງຊິຄາໂກ ສະຫະລັດອາເມຣິກາ. ກຳມະກອນແມ່ຍິງໃນໂຮງງານຕ່ຳແຜນໄດ້ລຸກຮືຂື້ນ ເດີນຂະບວນປະທ້ວງການເອົາປຽບກົດຂີ່ຂູດຮີດ, ທາລຸນຈາກນາຍຈ້າງທີ່ເຫັນຜົນຜະລິດສຳຄັນກວ່າຊີວິດຂອງຄົນ.