ກອງພົນທີ 4 ປິດຊຸດອົບຮົມກໍ່ສ້າງວິຊາສະເພາະເຕັກນິກຢຸດໂທ ຊັ້ນຕົ້ນ ຊຸດທີ IV

ໃນວັນທີ 5 ມີນາ 2021 ຜ່ານມານີ້, ຢູ່ສູນຝຶກທະຫານຮາບກອງພົນທີ 4 ໄດ້ຈັດພິທີ ປິດຊຸດອົບຮົມວິຊາສະເພາະເຕັກນິກຢຸດໂທຊັ້ນຕົ້ນ ຊຸດທີ IV ສົກປີ 2020 – 2021 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າການທະຫານກອງພົນທີ 4, ມີສະຫາຍ ພັນເອກ ຫຼ້າແກ້ວ ໄຊຍະສິດ ຫົວໜ້າກົມຄຸ້ມຄອງ ອາວຸດ – ກະສູນ ກົມໃຫຍ່ເຕັກນິກກອງທັບ, ມີວິຊາການມາຈາກກົມເຕັກນິກ, ຄະນະພັກ – ຄະນະຫ້ອງເຕັກນິກ ກອງພົນທີ 4, ພະນັກງານ – ນັກຮົບ, ຄູ – ອາຈານ ຕະຫຼອດຮອດນັກຮຽນຍຸດໂທເຂົ້າຮ່ວມຢ່າງພ້ອມພຽງ.


ສະຫາຍ ພັນໂທ ຄຳບົນ ບົວສະຫວັນ ຮອງຫົວໜ້າຫ້ອງເຕັກນິກກອງພົນທີ 4 ຂຶ້ນຜ່ານບົດສະຫຼຸບຕີລາຄາຜົນສຳເລັດຂອງການກໍ່ສ້າງວິຊາສະເພາະຄຸ້ມຄອງ ອາວຸດ ຍຸດໂທປະກອນ ຊຸດທີ IV ຢູ່ກອງພົນທີ 4 ສົກຮຽນ 2020 – 2021, ຜ່ານການຄົ້ນຄວ້າຮ່ຳຮຽນພາກທິດສະດີ ແລະ ພາກປະຕິບັດຕົວຈິງ

ຕະຫຼອດໄລຍະ 6 ເດືອນຜ່ານມາ ສາມາດຕີລາຄາໄດ້ດັ່ງນີ້, ພາກການເມືອງຂັ້ນເກັ່ງມີ 34 ສະຫາຍ ເທົ່າກັບ 51,51 %, ກາງ 32 ສະຫາຍ ເທົ່າກັບ 48,48 %, ລະບຽບກິລາຂັ້ນເກັ່ງ 55 ສະຫາຍ ເທົ່າກັບ 83,3 %, ກາງ 10 ສະຫາຍ ເທົ່າກັບ 15,15 %, ປືນຮາບ ຂັ້ນເກັ່ງ 61 ສະຫາຍ ເທົ່າກັບ 92,42 %, ກາງ 5 ສະຫາຍ ເທົ່າກັບ 7,5 %, ປືນອາກາດ ຂັ້ນເກັ່່ງ 41 ສະຫາຍ ເທົ່າກັບ 62,12 %, ກາງ 25 ສະຫາຍ ເທົ່າກັບ 37,87 %, ປືນໃຫຍ່ໜ້າດີນ ຂັ້ນເກັ່ງ 51 ສະຫາຍ ເທົ່າກັບ 77,27 %, ກາງ 15 ສະຫາຍ 22,72 %, ພາກລູກກະສູນ ຂັ້ນເກັ່ງ 62 ສະຫາຍ ເທົ່າກັບ 93,3 %, ກາງ 4 ສະຫາຍ ເທົ່າກັບ 6,06 %, ພາກຄຸ້ມຄອງນຳໃຊ້ ຂັ້ນເກັ່ງ 62 ສະຫາຍ ເທົ່າກັບ 93,3 %, ກາງ 4 ສະຫາຍ ເທົ່າກັບ 6,06 %, ຜ່ານການຕີລາຄາແຕ່ລະພາກວິຊາຮຽນສາມາດຄັດເລືອກນັກຮຽນເກັ່ງໄດ້ 36 ສະຫາຍ ເທົ່າກັບ 54,54 %, ກາງ 24 ສະຫາຍ ເທົ່າກັບ 36,36 %, ຄາດໝາຍ 6 ສະຫາຍ ເທົ່າກັບ 9 %.


ໂອກາດນີ້ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າການທະຫານກອງພົນທະຫານຮາບທີ 4 ໄດ້ຍ້ອງຍໍຊົມເຊີຍຕໍຜົນສຳເລັດໃນການອົບຮົມຮ່ຳຮຽນໃນໄລຍະທີ່ຜ່ານມາ ແລະ ພ້ອມທັງເນັ້ນໜັກໃຫ້ນັກຝຶກອົບຮົມແຕ່ລະສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮູ້ – ຄວາມສາມາດຂອງຕົນໃຫ້ສູງຂຶ້ນກວ່າເກົ່າ,ເພີ່ມທະວີຄວາມຄວາມຮັບຜິດຊອບວິຊາສະເພາະຂອງຕົນໃຫ້ມີ ປະສິດທິພາບສູງ ແລະ ຮັບປະກັນການຄຸ້ມຄອງທາງດ້ານອາວຸດ ແລະ ກະສູນ ຂອງກົມກອງ, ປະຕິບັດບັນດາຂໍ້ກຳນົດ – ກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ, ສິ່ງສຳຄັນຕ້ອງກຳໃຫ້ໄດ້ບັນດາຟື້ນຖານທິດສະດີ, ບົດຮຽນທີ່ໄດ້ຮຽນມາ, ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໃຫ້ເລິກເຊິ່ງ, ສາມາດນຳໃຊ້ໃນກົມກອງຢ່າງມີຄຸນນະພາບ, ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

Author: PP

Leave a Reply

Your email address will not be published. Required fields are marked *