
ລາວກວດພົບຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 8 ກໍລະນີ ຕາມການລາຍງານຈາກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃນວັນທີ 29 ມັງກອນ 2021 ໃຫ້ຮູ່ວ່າ: ໃນວັນທີ 28 ມັງກອນ 2021 ສປປ ລາວ ເຮົາ ແມ່ນ ມີຜູ້ຕິດເຊື້ອທັງໝົດ 8 ກໍລະນີ, ຍັງບໍ່ມີຜູ້ເສຍຊີວິດ,
ມາຮອດປັດຈຸບັນ ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 75 ຄົນ (ມີລາຍງານກໍລະນີໃນ 11 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ 24 ຄົນ, ອັດຕະປຶ 15 ຄົນ, ຫລວງພະບາງ 10 ຄົນ, ວຽງຈັນ 9 ຄົນ, ເຊກອງ 4 ຄົນ, ສາລະວັນ 3 ຄົນ, ອຸດົມໄຊ 3 ຄົນ, ສະຫວັນນະເຂດ 2 ຄົນ, ຄຳມ່ວນ 2
ຄົນ, ບໍລິຄຳໄຊ 2 ຄົນ ແລະ ຫລວງນໍ້າທາ1 ຄົນ.ໂອກາດນີ້, ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ໄດ້ຂໍການຮ່ວມມືນຳພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ ໃນການຈຳກັດແຫລ່ງເພາະພັນຂອງໜອນນໍ້າຍຸງລາຍ ທີ່ເປັນພາຫະນຳເຊື້ອ ໂດຍການປະຕິບັດ 5 ປ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕ
ຍຸງທີ່ນໍາເຊື້ອພະຍາດໄຂ້ຍຸງລາຍ. ສະພາບອາກາດໃນໄລຍະນີ້ ແມ່ນມີການປ່ຽນແປງ ເຮັດໃຫ້ສາມາດເປັນໄຂ້ຫວັດໄດ້ງ່າຍ ຂໍໃຫ້ບັນດາທ່ານຮັກສາສຸຂະພາບ, ຮັກສາຮ່າງກາຍໃຫ້ອົບອຸ່ນ, ອອກກຳລັງກາຍເປັນປະຈຳ, ກິນອາຫານໃຫ້ຄົບ 5 ໝູ່, ຖ້າຫາກບໍ່ສະບາຍໃຫ້ຮີບຮ້ອນໄປພົບແພດທັນທີ ເພື່ອທຳການຮັກສາ ຢ່າງທັນການ.