ຕົ້ນຫຍ້າປຽງ..!! ເປັນຢາແກ້ພິດໝາກັດ, ງູກັດ ແລະ ບັງຊ່ວຍຮັກສາລິດສີດວງໃນລຳໄສ້ ຮາກເປັນເລືອດ

-ລັກສະນະພືດສາດ:
ຈັດເປັນໄມ້ລົ້ມລຸກອາຍຸຫຼາຍປີ. ລຳຕົ້ນສູງ 30-60 ຊມ, ລຳຕົ້ນເປັນ 4 ຫຼ່ຽມຕັ້ງຊື່, ແຕກິ່ງກ້ານບໍລິເວນປາຍ, ລຳຕົ້ນ ແລະ ໃບມີຂົນສັ້ນປົກຄຸມ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບໄຂ່, ກ້ວາງ 1.5-3 ຊມ, ຍາວ 3-6 ຊມ, ໂຄນໃບມົນ, ຂອບໃບແສກແຂ້ວເລື່ອຍ, ປາຍແຫຼມ, ໃບມີເໝືອກໜຽວ, ຜິວໃບດ້ານເທິງຍໍ, ສີຂຽວ, ຜິວໃບດ້ານລຸ່ມສີຂຽວອ່ອນ, ເສັ້ນກ່າງກາງໃບມີຂົນສັ້ນ. ກ້ານໃບຍາວປະມານ 1.7-3 ຊມ.

ຊໍ່ດອກແບບກະຈະ, ອອກເປັນຄູ່ຕາມງ່າມໃບ ແລະ ປາຍກິ່ງ, ຊໍ່ດອກຍາວ 2.5-5 ຊມ. ດອກຍ່ອຍມີຈຳນວນຫຼາຍ, ສີແດງອອນ ຫຼື ສີມ່ວງອ່ອນ. ກີບດອກມຮູບລະຄັງຊ້ອນກັນ, ປາຍແຍກເປັນ 5 ກີບ, ດ້ານເທິງມີ 2 ກີບ, ດອກດ້ານລຸ່ມ 5 ກີບ. ເກສອນເພດຜູ້ມີ 4 ອັນ. ເກສອນເພດແມ່ມີ 1 ອັນ, ມີຂົນປົກຄຸມຢ່າງໜາແໜ້ນ. ໝາກຮູບໄຂ່, ມີຂະໜາດນ້ອຍ, ສີເຫຼືອງ ຫຼື ສີນ້ຳຕານ, ຜິວຍໍ້. ແກ່ນຮູບກົມ, ມີເສັ້ນຜ່າສູນກາງປະມານ 1 ມມ.

-ສັບພະຄຸນ:

ທັງຕົ້ນ: ເປັນຢາແກ້ໄອ, ແກ້ຫວັດ, ຕົວຮ້ອນ, ແກ້ອາການຖ່າຍເປັນເລືອດ (ຕົ້ນສົດ 30-50 ກຼາມນຳມາຕົ້ມແລ້ວປະສົມກັນນ້ຳເຜິ້ງດື່ມ), ແກ້ອາການເຈັບເຕົ້ານົມ (ຕົ້ນສົດ 35 ກຼາມຕົ້ມປະສົມກັບເຫຼົ້າແລ້ວນຳໄປພອກ), ອອກລິດຕໍ່ຕັບ, ປອດ ແລະ ກະເພາະ, ເຮັດໃຫ້ເລືອດເຢັນ, ຊ່ວຍກະຈາຍເລືອດ, ຂັບພິດຮ້ອນຖອນພິດໄຂ້, ແກ້ອາການຮ້ອນໃນ,

ຊ່ວຍແກ້ເລືອດດັງອອກ, ຮາກເປັນເລືອດ, ຮັກສາລິດສີດວງໃນລຳໄສ້,​ ຊ່ວຍແກ້ປະຈຳເດືອນຂອງແມ່ຍິງ, ໃຊ້ເປັນຢາຫ້າມເລືອດ, ຮັກສາຝີໜອງ, ເຈັບບວມອັກເສບ, ເປັນຢາແກ້ພິດໝາກັດ ແລະ ງູກັດ, ແກ້ອາການບວມ, ຟົກຊ້ຳ ແລະ ເຈັບຂໍເຂົ່າ.

ສານທີ່ພົບ: ມີຈຳພວກ Amino acid, Glucolin, Phenols ແລະ Carboxylic acid.

Author: PP

Leave a Reply

Your email address will not be published. Required fields are marked *